ຖວທ ແຂວງ ທາບທາມບຸກຄະລາກອນເຂົ້າເປັນຄະນະພັກຮາກຖານຂອງຕົນ

ກອງປະຊຸມທາບທາມບຸກຄະລາກອນ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ວ່າການເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ ມີຄະນະຮັບຜິດຊອບຈາກຄະນະຈັດຕັ້ງ ແລະ ກວດກາແຂວງ, ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນພະແນກເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງ ການຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເປັນຕົ້ນແມ່ນຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ, ຕ້ອງມີການໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມ ສາມາດນໍາພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ.

ຫຼັງຈາກນັ້ນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງເລືອກເອົາຮອງເລຂາຄະນະພັກຮາກຖານ 1 ສະຫາຍ, ປະທານກວດກາ ແລະ ຮອງປະທານກວດກາ. ພ້ອມນັ້ນສະມາຊິກພັກ ໜ່ວຍພັກທ່ອງທ່ຽວ ແລະ ໜ່ວຍພັກວັດທະນະທຳ ຍັງໄດ້ລົງຄະແນນສຽງເລືອກເອົາເລຂາໜ່ວຍພັກຂອງຕົນ.

About admins14