ບໍລິຄຳໄຊ ປະເມີນ ແລະ ຮັບຮອງເອົາ 16 ໂຄງການ ເຂົ້າແຜນປະຈຳປີ 2021

ກອງປະຊຸມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດ ໂຄງການລົງທຶນຂອງລັດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 15 ມັງກອນ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັນແສງ ວິພາວັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກການອ້ອມຂ້າງ, ບັນດາເມືອງພາຍໃນແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ໃນເບື້ອງຕົ້ນ ມີທັງໝົດ 306 ໂຄງການ ມູນຄ່າ 220,21 ຕື້ກີບ ພາຍຫຼັງຜ່ານການຄັດຈ້ອນຈັດລຽງຄືນ ເຫຼືອ 190 ໂຄງການ ມູນຄ່າ 155,78 ຕື້ກີບ, ໃນ 190 ໂຄງການ ມີໂຄງການທີ່ຕ້ອງໄດ້ດຳເນີນຕາມກົດໝາຍ 84 ໂຄງການ ມູນຄ່າ 142,76 ຕື້ກີບ ປະເມີນໄດ້ປະເພດ B ຂຶ້ນໄປ 58 ໂຄງການ ຮັບຮອງແລ້ວ 42 ໂຄງການ ແລະ ບໍ່ຈຳເປັນດຳເນີນການປະເມີນ 106 ໂຄງການ ມູນຄ່າ 13 ຕື້ກີບ ແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກແຂວງ ໃນນັ້ນ ໂຄງການກໍ່ສ້າງ 79 ໂຄງການ ມູນຄ່າ 135,98 ຕື້ກີບ, ໂຄງການສົ່ງເສີມວິຊາການ 105 ໂຄງການ ມູນຄ່າ 18,96 ຕື້ກີບ ແລະ ໂຄງການສະໜອງວັດຖຸປະກອນ 6 ໂຄງການ.

ໃນການຮັບຮອງຜົນການປະເມີນໃນຄັ້ງນີ້ ລວມມີ 7 ພາກສ່ວນ 16 ໂຄງການ ໃນນັ້ນ ໂຄງການກໍ່ສ້າງ 7 ໂຄງການ, ໂຄງການສົ່ງເສີມວິຊາການ 9 ໂຄງການ ຄື: ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ມີ 29 ໂຄງການ ປະເມີນໄດ້ປະເພດ B ມີ 21 ໂຄງການ ໄດ້ C ມີ 3 ໂຄງການ ສະເໜີຮັບຮອງໃນຄັ້ງນີ້ 8 ໂຄງການ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ມີ 5 ໂຄງການ B ມີ 1 ໂຄງການ ໄດ້ C ມີ 1 ໂຄງການ ສະເໜີຮັບ 1 ໂຄງການ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກຊັນ ມີ 5 ໂຄງການ B ມີ 4 ໂຄງການ ສະເໜີຮັບຮອງ 1 ໂຄງການ, ຫ້ອງການ ຍທຂ ເມືອງຄຳເກີດ ມີ 6 ໂຄງການ B ມີ 4 ໂຄງການ ສະເໜີຮັບຮອງ 2 ໂຄງການ, ຫ້ອງການ ຍທຂ ເມືອງວຽງທອງ ມີ 1 ໂຄງການ ປະເມີນໄດ້ປະເພດ B, ຫ້ອງການ ຍທຂ ເມືອງໄຊຈຳພອນ ມີ 4 ໂຄງການ B ມີ 2 ໂຄງການ ສະເໜີຮັບຮອງ 1 ໂຄງການ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊັນ ມີ 1 ໂຄງການ ປະເມີນໄດ້ປະເພດ B ພ້ອມທັງສະເໜີຮັບຮອງ.

About admins16