ເຈົ້າແຂວງບໍລິຄໍາໄຊ ລົງເຄື່ອນໄຫວຊີ້ນໍາວຽກງານການເລືອກຕັ້ງ ທີ່ເມືອງທ່າພະບາດ

ໃນວັນທີ 28 ມັງກອນ 2021 ທີ່ສະໂມສອນເມືອງທ່າພະບາດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວ ຊີ້ນໍາວຽກງານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຄັ້ງທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ຢູ່ທີ່ເມືອງທ່າພະບາດ, ມີບັນດາອະນຸກໍາມະການໂຄສະນາ ປຸກລະດົມການເລືອກຕັ້ງຂັ້ນແຂວງ – ເມືອງ ຕະຫຼອດຮອດອໍານາດການປົກຄອງ 26 ບ້ານທົ່ວເມືອງ ເຂົ້າຮ່ວມ.

ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ໄດ້ລາຍງານການຫ້າງຫາກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ບັນລຸຕາມຄາດໝາຍ ໂດຍໄດ້ແຕ່ງຕັ້ງບັນດາອະນຸກໍາມະການເລືອກຕັ້ງຂັ້ນຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ບັ້ນເລືອກຕັ້ງ ເຊີ່ງປະກອບມີໂຄງປະກອບອະນຸກໍາມະການ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາປຸກລະດົມຂະບວນການ, ອະນຸກໍາມະການຍ້ອງຍໍ, ອະນຸກໍາມະການ ປກຊ – ປກສ, ອະນຸກໍາມະການຮັກສາສຸຂະພາບ, ອະນຸກໍາມະການຄຸ້ມຄອງ-ນໍາໃຊ້ງົບປະມານ ແລະ ອະນຸກໍາມະການເລຂານຸການ.

ເມືອງທ່າພະບາດ ປະກອບມີ 26 ບ້ານ ໄດ້ກໍານົດເອົາໜ່ວຍປ່ອນບັດ 18 ໜ່ວຍ ມີຜູ້ນໍາໃຊ້ສິດໃນການເລືອກຕັ້ງທົ່ວເມືອງທັງໝົດ 28.300 ກວ່າຄົນ, ຍິງ 14.500 ກວ່າຄົນ ໃນນັ້ນ ຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ ມີ 20.200 ກວ່າຄົນ, ຍິງ 9.600 ກວ່າຄົນ, ຄົນເພີ່ມທີ່ບໍ່ມີຢູ່ໃນປຶ້ນສໍາມະໂນ ທີ່ສາມາດປ່ອນບັດໄດ້ພາຍໃນບ້ານຂອງຕົນມີຈໍານວນ 15.900 ກວ່າຄົນ, ຍິງ 7.600 ກວ່າຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງແຕ່ໄປປ່ອນຢູ່ທ້ອງຖິນອື່ນ ມີ 2.700 ກວ່າຄົນ, ຍິງ 900 ກວ່າຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງ ແຕ່ໄປຮຽນຕໍ່ ແລະ ເຮັດວຽກຢູ່ຕ່າງປະເທດມີ 1.500 ກວ່າຄົນ ຍິງ 1.000 ກວ່າຄົນ ແລະ ຜູ້ມີສິດປ່ອນບັດຈາກທ້ອງຖິ່ນອື່ນມາປ່ອນບັດພາຍໃນເມືອງມີ 360 ກວ່າຄົນ, ຍິງ 185 ຄົນ.

ບັນດາຄະນະອານຸກໍາມະການ ໂຄສະນະ ແລະ ປຸກລະດົມການເລືອກຕັ້ງຂັ້ນແຂວງ – ເມືອງ ຍັງໄດ້ຜັດປຽນກັນຂຶ້ນລາຍງານ ການຫ້າງຫາກະກຽມວຽກງານໃນດ້ານຕ່າງໆ ທີ່ຕົນເອງຮັບຜິດຊອບ ເພຶ່ອເປັນການແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິ່ງ ແນ່ໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ສາມາດບັນລຸຄາດໝາຍ ໃນທຸກໆດ້ານ.

About admins14