ພະລັງນ້ຳໃຈ ຊາວໜຸ່ມບໍລິຄຳໄຊ ມອບອາຍອຸ່ນ ແລະ ກວດພະຍາດ ໃຫ້ປະຊາຊົນເຂດທອງມີໄຊ

ໃນວັນທີ 27-28 ມັງກອນ 2021 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ເຊິ່ງນຳໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ໃຫ້ກຽດເຂົ້າຮ່ວມຂະບວນໂດຍທ່ານ ບຸນຄຳ ໄຊເຢຍລໍ່ວື ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ໄດ້ນຳເອົາເຄື່ອງກັນໜາວ, ອຸປະກອນການຮຽນ-ກິລາ, ຈັດຕັ້ງກວດສຸຂະພາບ ແລະ ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ແລະ ນັກຮຽນ ບ້ານທອງມີໄຊ ແລະ ບ້ານສີວິໄລ ເມືອງວຽງທອງ ແຂວງບໍລິຄຳໄຊ.

ເຄື່ອງທີ່ນຳມາມອບໃຫ້ປະຊາຊົນ 2 ບ້ານນີ້ ປະກອບມີ: ຜ້າຫົ່ມກັນໜາວ, ເຄື່ອງນຸ່ງຫົ່ມ, ເຄື່ອງບໍລິໂພກ ໃຫ້ບ້ານທອງມີໄຊ 97 ຄອບຄົວ, ບ້ານສີວິໄລ 109 ຄອບຄົວ, ພ້ອມທັງມອບອຸປະກອນການຮຽນ, ການກິລາ ໃຫ້ໂຮງຮຽນປະຖົມ, ຈັດຕັ້ງການກວດກາພະຍາດ ແລະ ແຈກຢາຍຢາໃຫ້ປະຊາຊົນ 2 ບ້ານດັ່ງກ່າວ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ ບ້ານນາເພີນຈຳນວນ 3 ຄອບຄົວ.

ພ້ອມກັນນັ້ນ ກໍ່ໄດ້ໄປຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງອຸປະໂພກ, ອຸປະກອນກິລາ ແລະ ຢາປົວພະຍາດ ໃຫ້ທະຫານຊາຍແດນກອງຮ້ອຍ 251 ເຊີ່ງເຄື່ອງທີ່ນຳມາມອບໃນຄັ້ງນິ້ ແມ່ນໄດ້ມາຈາກການປະກອບສ່ວນຂອງຄະນະຊາວໜຸ່ມເມືອງ, ຮາກຖານຊາວໜຸ່ມອ້ອມຂ້າງແຂວງ, ສະມາຄົມນັກທຸລະກິດໜຸ່ມ, ບໍລິສັດຫ້າງຮ້ານ ແລະ ບຸກຄົນ ທີ່ປະກອບສ່ວນ ເພື່ອແບ່ງປັນນ້ຳໃຈ ຊ່ວຍເຫລືອບັນເທົ່າທຸກ ໃຫ້ປະຊາຊົນເຂດດັ່ງກ່າວ ລວມມູນຄ່າທັງໝົດ 48.000.000 ກ່ວາກີບ.

ກິດຈະກຳໃນຄັ້ງນີ້ ກໍ່ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ, ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະກຳມະການແນວລາວສ້າງຊາດແຂວງ ໃຫ້ເປັນຂະບວນຟົດຟຶ້ນ ແລະ ມີຄວາມໝາຍສຳຄັນ.

About admins14