ເຫງະອານ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ບໍລິຄຳໄຊ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງແຂວງ ເຫງະອານ ສສ ຫຽດນາມ ແລະ ແຂວງ ບໍລິຄໍາໄຊ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2021 ທີ່ຫ້ອງປະຊຸມດ່ານສາກົນເກົາແຈວ ສສ ຫຽດນາມ ຊາຍແດນລາວ-ຫຽດນາມ ໂດຍການກ່າວມອບຂອງ ທ່ານ ບຸຍດິ່ງລັອງ ຮອງປະທານຄະນະກຳມະການ ປະຊາຊົນແຂວງເຫງະອານ ຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຫົວໜ້າຄະນະກຳມະການສະເພາະກິດ ຕ້ານການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ເຊິ່ງໄດ້ຕາງໜ້າໃຫ້ຄະນະພັກຄະນະປົກຄອງແຂວງ, ສະພາປະຊາຊົນແຂວງ ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມະມອບໃນຄັ້ງນີ້ ປະກອບມີເຂົ້າສານຈ້າວ ຈຳນວນ 10 ໂຕ່ນ ມູນຄ່າ 150 ລ້ານດົ່ງ, ອຸປະກອນການແພດ 150 ລ້ານດົ່ງ ແລະ ເງິນສົດ 100 ລ້ານດົ່ງ. ຈຸດປະສົງກໍ່ເພື່ອເປັນການປະກອບສ່ວນນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຄະນະກຳມະການສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ໃນທ່າມກາງສະພາບການໃນສາກົນ ແລະ ພາກພື້ນກໍ່ຄືສອງປະເທດ ພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ 19 ນອກນັ້ນຍັງເປັນການເສີມຂະຫຍາຍຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດຖະບານ ສສ ຫວຽດນາມ ແລະ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງບໍລິຄຳໄຊ ແລະ ແຂວງເຫງະອານ.

About admins14