ກອງພັນໃຫຍ່ 642 ເຊື່ອມຊືມເອກະສານເລືອກຕັ້ງ ສສຊ ແລະ ສສຂ

 

ໃນວັນທີ 26 ມັງກອນ 2021 ນີ້, ຢູ່ທີ່ສະໂມສອນກອງພັນໃຫຍ່ 642 ໄດ້ເປີດກອງປະຊຸມຈັດຕັ້ງເຊື່ອມຊືມບັນດາເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານ ຂອງ ທ່ານ ພັນໂທ ຄໍາໃສ ແພງຄູນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ຄະນະພັກຮາກຖານ ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ທ່ານ ພັນໂທ ວັນຄໍາ ສີສົມຈິດ ຫົວໜ້າຂະແໜງໄອຍາການ ກໍ່ໄດ້ຂື້ນຜ່ານ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ຖືກຕ້ອງສອດຄ່ອງຕາມກົດໝາຍ, ສະພາບແວດລ້ອມຂອງປະເທດເຮົາ ແລະ ບັນລຸຄາດໝາຍທີ່ວາງໄວ້, ຈຸດປະສົງ ກໍເພື່ອໃຫ້ນາຍ ແລະ ພົນທະຫານ ໃນກົມກອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມ ກ່ຽວກັບທາດແທ້ຂອງລະບອບການເມືອງຂອງພັກເຮົາ ຊຶ່ງແມ່ນລະບອບປະຊາທິປະໄຕປະຊາຊົນ, ໂຄງປະກອບສ້າງຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ເຫັນໄດ້ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງລາວ ໃນການໃຊ້ສິດປ່ອນບັດ ຕາມອາຍຸກະສຽນ ຢ່າງຄົບຖ້ວນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບຫຼັກການ, ຜູ້ທີ່ມີສິດປ່ອນບັດເລືອກຕັ້ງໄດ້ຮູ້ໄດ້ເຫັນ ຜູ້ສະໝັກຮັບເລືອກຕັ້ງ ແລະ ກໍາໄດ້ຊີວະປະຫວັດ, ການເຄື່ອນໄຫວວຽກງານຂອງຜູ້ສະໝັກ ເພື່ອເປັນບ່ອນອິງໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເປັນຜູ້ແທນໃຫ້ແກ່ຕົນ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຂໍ້ມູນ ແລະ ຮັບຜິດຊອບໜ່ວຍປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເຊິ່ງມີທັງໝົດ 42 ໝ່ວຍ.

ພັນໂທ ຄໍາໃສ ແພງຄູນ ຫົວໜ້າການເມືອງກອງພັນໃຫຍ່ 642 ໄດ້ມີຄໍາເຫັນແນະນໍາເພີ່ມຕື່ມວ່າ: ການເລືອກສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເປັນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນ ເຊິ່ງທຸກອົງການຈັດຕັ້ງພັກ-ລັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ມີໜ້າທີ່ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການໃຊ້ສິດໃຊ້ສຽງຂອງຕົນ ຄັດເລືອກເອົາສະມາຊິສະພາເພື່ອເປັນຕົວແທນຂື້ນໄປນັ່ງໃນສະພາ, ຖືເອົາການເລືອກຕັ້ງສະມາຊິກສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເປັນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໝາຍໜັກແໜ້ນເຂັ້ມແຂງ, ເປັນການຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ ໃນການເລືອກເອົາຕົວແທນແຫ່ງສິດ ແລະ ສິດຜົນປະໂຫຍດຂອງຕົນ.

About admin11