ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ສ້າງຂະບວນການອອກແຮງງານ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ ຄວາມສໍາຄັນ, ໃນວັນທີ 7 ມັງກອນ 2021 ຢູ່ສໍານັກງານຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ນໍາໂດຍ ສະຫາຍ ທອງມະນີ ໂຄດປັນຍາເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ນໍາພາພະນັກງານພາຍໃນຫ້ອງການ ສ້າງຂະບວນການອອກແຮງງານລວມ ອະນາໄມປັດກວາດເດີ່ນ ແລະ ປະດັບປະດາ ທຸງຊາດ, ທຸງພັກ, ທຸງທິວ ອ້ອມສໍານັກງານຫ້ອງການ.

ການອອກແຮງງານຄັ້ງນີ້ ຍັງເປັນການປະຕິບັດຕາມຄໍາຂັວນຂອງຊາວໜຸ່ມທີ່ວ່າ “ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ແລະ ຈັດຕັ້ງນໍາພາຂະບວນການຂໍ້ແຂ່ງຂັນ 4 ບຸກ ເຂົ້າສູ່ວຽກງານຕົວຈິງ ທັງເຮັດໃຫ້ສໍານັກງານ ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ທັງເປັນການປູກຈິດສໍານຶກແກ່ຊາວໜຸ່ມ ຮູ້ໄດ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງເຂົ້າໃນຂະບວນການອອກແຮງງານລວມ.

About admins14