ພິທີ ມອບ – ຮັບ ໜ້າທີ່ ລະຫວ່າງ ເຈົ້າເມືອງ ທ່າພະບາດ ຜູ້ເກົ່າ ແລະ ຜູ້ໃໝ່

  

ໃນຕອນເຊົ້າ ຂອງວັນທີ 31 ທັນວາ 2020 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ທ່າພະບາດ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາພັກເມືອງ ເຈົ້າເມືອງ ທ່າພະບາດ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານ ຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ ມີການນຳທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງເຂົ້າຮ່ວມ.

ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ບໍລິຄຳໄຊ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 729 /ຂບຊ, ລົງວັນທີ 03 ທັນວາ 2020, ວ່າດ້ວຍການຍົກຍ້າຍ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ເຈົ້າເມືອງ ທ່າພະບາດ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ ອົງການກວດກາລັດແຂວງ, ຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ສະບັບເລກທີ 630/ຄປພ.ຂບຊ ລົງວັນທີ 03 ທັນວາ 2020 ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 823/ຂບຊ, ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງບົ່ງຕົວສະຫຍາຍ ພັທ ສົມສົດ ແສງອາພອນ ກຳມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງ ແລະ ເປັນເຈົ້າເມືອງທ່າພະບາດ.

About admin11