ອົງການໄອຍະການປະຊາຊົນເຂດ 2 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2020

ວັນທີ 15 ມັງກອນ 2021 ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນເຂດ 2 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຂຶ້ນ  ທີ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເຕີມ ໝຶ່ນເຮືອຄຳ ຫົວໜ້າອົງການໄອຍະການປະຊາຊົນເຂດ 2, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ, ມີແຂກ, ພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ຄຳເຕີມ ໝຶ່ນເຮືອຄຳ ຫົວໜ້າອົງການໄອຍະການປະຊາຊົນເຂດ 2 ເມືອງຄໍາເກີດ ໄດ້ຜ່ານບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ທ່ານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງານຍົກສູງຄຸນນະພາບການຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ການສັ່ງຟ້ອງໂດຍສູ້ຊົນປະຕິບັດຄຳຂັວນ 3 ມີ 4 ຮັບປະກັນ ດຳເນີນຄະດີແບບຄົບວົງຈອນ ແລະ ຄາດໝາຍແກ້ໄຂຄະດີໃຫ້ທັນເວລາຕາມທີ່ກົດໝາຍກຳນົດໄວ້, 1 ປີຜ່ານມາ ອົງການໄອຍະການເຂດ 2 ໄດ້ຮັບສຳນວນຄະດີອາຍາ ແລະ ຄະດີແພ່ງຈາກ 3 ເມືອງ: ຄະດີອາຍາ 44 ເລື່ອງ, ຄະດີ ຊັດມ້ຽນ 16 ເລື່ອງ, ຄະດີ ສັ່ງຟ້ອງຂຶ້ນສານ 20 ເລື່ອງ ແລະ ຄະດີແພ່ງ 9 ເລື່ອງ, ສົ່ງສານ 9 ເລື່ອງ, ຄຸນນະພາບໃນການແກ້ໄຂຄະດີອາຍາ ແລະ ການຖະແຫຼງໄດ້ບັນລຸ 100%, ໄດ້ຕິດຕາມກວດກາການປະຕິບັດກົດໝາຍ ແລະ ປະຕິບັດຄຳຕັດສີນຂອງສານ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ມີຄະດີອາຍາທັງໝົດ 151 ເລື່ອງ, ຄ້າງ 135 ເລື່ອງ, ເຂົ້າໃໝ່ 16 ເລື່ອງ, ປະຕິບັດສຳເລັດ 3 ເລື່ອງ, ກຳລັງຈັດຕັ້ງປະຕິບັດ 135 ເລື່ອງ ແລະ ບໍ່ສາມາດຈັດຕັ້ງປະຕິບັດ 12 ເລື່ອງ, ໄດ້ມອບເງິນໃຫ້ບຸກຄົນຈຳນວນ 41.770.000 ກີບ ແລະ ປັບໄໝເຂົ້າລັດ 1.350.000 ກີບ, ຄະດີແພ່ງ ທັງໝົດ 40 ເລື່ອງ, ຄ້າງ 29 ເລື່ອງ, ເຂົ້າໃໝ່ 11 ເລື່ອງ, ປະຕິບັດສຳເລັດ 5 ເລື່ອງ ແລະ ພວມຈັດຕັ້ງປະຕິບັດ 30 ເລື່ອງ, ບໍ່ສາມາດຈັດຕັ້ງປະຕິບັດ 3 ເລື່ອງ, ມອບເງິນໃຫ້ບຸກຄົນຈຳນວນ 36.500.000 ກີບ. ໄດ້ເກັບກຳບັນຊີນັກໂທດຄ້າຍຄຸມຂັງດັດສ້າງໃນ 3 ຕົວເມືອງ ມີຜູ້ຖືກຫາທັງໝັດ 371 ຄົນ, ຄົນຕ່າງປະເທດ 21 ຄົນ.

ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ.

ຕອນທ້າຍກອງປະຊຸມ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ມາ ແລະຮຽກຮ້ອງມາຍັງຄະນະ ແລະ ພະນັກງານທຸກສະຫາຍພາຍໃນ 3 ຕົວເມືອງໃຫ້ມີຄວາມສາມັກຄີກັນ ໂດຍສະເພາະແມ່ນ ເປັນແບບຢ່າງທີ່ດີໃນການຊີ້ນຳ-ນຳພາ ແລະພ້ອມກັນຮັກສາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ເກີດດອກອອກຜົນ.

About admin11