ຄະນະຊ່ຽວຊານໂຄງການ ແຜນງານລາວ/030 ລົງຕິດຕາມກິດຈະກຳຢູ່ບັນດາບ້ານພາຍໃນເມືອງຄໍາເກີດ

ວັນທີ 14 ມັງກອນ 2021 ຄະນະຊ່ຽວຊານໂຄງການ ແຜນງານລາວ/030 ລົງຕິດຕາມກິດຈະກຳ ບ້ານຊຳເຕີຍ ແລະ ບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ນຳໂດຍທ່ານ ປີເຕີ ຫົວໜ້າຊ່ຽວຊານໂຄງການແຜນງານລາວ/030 ຂອງລັດຖະບານລຸກຊຳບວກ ພ້ອມດ້ວຍທີມງານຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ຄະນະບ້ານທັງສອງບ້ານ ໄດ້ລາຍງານກ່ຽວກັບການນຳໃຊ້ງົບປະມານຕ່າງໆ ເຂົ້າໃນການປູກຝັງ-ລ້ຽງສັດ, ການສ້ອມແປງໂຮງຮຽນ, ເສັ້ນທາງ ຈາກນັ້ນ ກໍ່ໄດ້ປືກສາຫາລືກ່ຽວກັບບັນດາກິດຈະກຳຂອງບ້ານ, ການນຳໃຊ້ງົບປະມານຂອງໂຄງການເພື່ອໃຫ້ປະສົບຜົນສຳເລັດ.

ຫຼັງຈາກນັ້ນ ກໍ່ໄດ້ລົງຢ້ຽມຢາມການປູກໝາກແຕງຂອງປະຊາຊົນບ້ານຊຳເຕີຍ ແລະ ປູກຜັກເຮືອນຮົ່ມຂອງປະຊາຊົນບ້ານນາຫາດ, ຕອນທ້າຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ກໍ່ໄດ້ກ່າວຂອບໃຈມາຍັງໂຄງການ ແຜນງານລາວ/030, ຄະນະຊ່ຽວຊານທີ່ຊອກຫາແຫຼ່ງທືນມາຊ່ວຍ ແລະ ທ່ານຍັງຮຽກຮ້ອງມາຍັງຄະນະຊ່ຽວຊານໂຄງການ ແຜນງານລາວ/030 ຫວັງວ່າຕໍ່ໄປນີ້ຈະໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ປະຊາຊົນ ລຸກຊຳບວກຕື່ມອີກ.

About admin11