ພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 642 ເຊື່ອມຊືມກົດໝາຍທີ່ສຳຄັນ

  

ໃນວັນທີ 12 ມັງກອນ 2021 ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄໍາ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານວິຊາສະເພາະ ໄດ້ລົງເຄື່ອນໄຫວເຜີຍແຜ່ກົດໝາຍ ຢູ່ກອງພັນໃຫຍ່ 642, ໂດຍມີທ່ານ ພັນໂທ ຄໍາໃສ ແພງຄູນ ຫົວໜ້າການເມືອງກອງພັນໃຫຍ່ 642, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກອງພັນໃຫຍ່ ເຂົ້າຮ່ວມ.

ໃນກອງປະຊຸມ ໄດຮັບຟັງການເຜີຍແຜ່ ບາງເນື້ອໃນຂອງກົດໝາຍອາຍາ ສະບັບປັບປຸງ, ກົດໝາຍວ່າດ້ວຍຢາເສບຕິດ,  ປະມວນກົດໝາຍແພ່ງ ແລະ ກົດລະບຽບຂອງກອງທັບ, ທັງນີ້ ກໍ່ເພື່ອເປັນການເຊື່ອມຊືມ ບັນດາກົດໝາຍທີ່ກ່ຽວພັນກັບວຽກງານປ້ອງກັນຊາດ ໃຫ້ແກ່ຄະນະນຳ – ຄະນະບັນຊາ ແລະ ພະນັງງານຫລັກແຫລ່ງພາຍໃນກອງພັນ ກຳໃຫ້ໄດ້ເນື້ອໃນຂອງກົດໝາຍ, ລະບຽບການ ເພື່ອຈະໄດ້ນຳພາ – ບັນຊາອ້າຍນ້ອງນັກຮົບ ເຮັດສຳເລັດທຸກໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.

 

About admin11