ປາກກະດິງ ຝຶກອົບຮົມກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

ວັນທີ 7 ມັງກອນ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II. ພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ມີອານຸກຳມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ພ້ອມດ້ວຍຄະນະກຳມະການ ແລະ ອານຸກຳມະການ ຮັບຜິດຊອບການປ່ອນບັດເລືອກຕັ້ງຂັ້ນເມືອງເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໄດ້ເຜີຍແຜ່ເຊື່ອມຊືມ 11 ເອກະສານທີ່ສຳຄັນ ກ່ຽວກັບມາດຖານ, ເງື່ອນໄຂ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະບັດ ປ່ອນບັດເລືອກຕັ້ງ ສສຊ VIII ແລະ ສສຂ II. ເພື່ອໃຫ້ອະນຸກຳມະການຮັບຜິດຊອບການເລືອກຕັ້ງຂັ້ນເມືອງ ນຳໄປຜັນຂະຫຍາຍລົງສູ່ປະຊາຊົນໃຫ້ທົ່ວເຖີງ, ແນໃສ່ເຮັດໃຫ້ການເລືອກຕັ້ງໄດ້ຮັບຜົນດີ, ຮັບປະກັນບໍ່ໃຫ້ມີບັດຕາຍ, ປະຊາຊົນອາຍຸ 18ປີ ຂື້ນໄປມີສິດປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ໃຫ້ໄດ້ໃຊ້ສິດຂອງຕົນ 100% ເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ສະແດງໃຫ້ເຫັນທາດແທ້ຂອງລັດທີ່ມາຈາກປະຊາຊົນ, ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ຮັບປະກັນໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

About admins16