ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ໜ່ວຍພັກບ້ານທົ່ງໃຫຍ່

ໃນວັນທີ 9 ມັງກອນ 2021 ຢູ່ອາຣາມວັດບ້ານທົ່ງໃຫຍ່, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກບ້ານ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ຄຳວອນ ປັນຍານຸວົງ ເລຂາພັກບ້ານ-ນາຍບ້ານທົງໃຫຍ່, ໂດຍໃຫ້ກຽດເຂົ້້າຮ່ວມຂອງ ສະຫາຍ  ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ,  ມີບັນດາແຂກຖືກເຊີນ, ກຳມະການພັກເມືອງ, ເລຂາໜ່ວຍພັກ, ນາຍບ້ານອ້ອມຂ້າງ, ພະນັກງານບຳນານ, ອົງການຈັດຕັ້ງ, ເຖົ້າແກ່ແນວໂຮມ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ ໃນໄລຍະ 5 ປີຜ່ານມາ ພ້ອມທັງວາງທິດທາງແຜນການ, ຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ. ບ້ານທົ່ງໃຫຍ່ ຂຶ້ນກັບເຂດເທດສະບານ 2 ຂອງເມືອງປາກຊັນ ມີເນື້ອທັງໝົດ 897 ເຮັກຕ່າ, ມີພົນລະເມືອງທັງໝົດ 805 ຄົນ, ຍິງ 392 ຄົນ, ມີ 79 ຫຼັງຄາ, 178 ຄອບຄົວ ປະຊາຊົນພາຍໃນບ້ານມີອາຊີບ ປູກຟັງ, ລ້ຽງສັດ, ບໍລິການຄ້າຂາຍ ແລະ ເປັນພະນັກງານ.

ພາຍຫລັງຄະນະພັດຊຸດເກົ່າ ອຳລາໜ້າທີ່ ກອງປະຊຸມ ກໍ່ໄດ້ດຳເນີນການໃຊ້ສິດປະຊາທິປະໄຕ ປ່ອນບັດເອົາຄະນະພັກຊຸດໃໝ່ ໂດຍມີ 5 ສະຫາຍລົງສະໝັກ ແລະ ປ່ອນເອົາ 3 ສະຫາຍ.

ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກ ຕົກລົງເລືອກເອົາ: ສະຫາຍ ຄໍາມ່ວນ ນັນທິລາດ ເປັນເລຂາພັກບ້ານ, ສະຫາຍ ສົມພອນ ປັນຍານຸວົງ ເປັນຮອງເລຂາ, ສະຫາຍ ແສ່ວຄຳ ຄຳວົງສາ ເປັນຜູ້ກວດກາ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ, ມີຄຳເຫັນ ຈາກ ທ່ານ ແສງອາລຸນ ແສງອາພອນ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຕາມພະລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ, ຄະນະບ້ານຊຸດໃໝ່ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ສຸມສະຕິປັນຍາ, ພັດທະນາຄວາມຮູ້ຄວາມສາມາດ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາ, ບ້ານ, ເມືອງ, ໃຫ້ມີຄວາມສີວິໄລ ພ້ອມທັງຊຸກຍູ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ພັດທະດີຂຶ້ນເທື່ອລະກ້າວ.

About admins16