ບໍລິຄຳໄຊ ກຽມຄວາມພ້ອມການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ກອງປະຊຸມຝຶກອົບຮົມ, ເຊື່ອມຊຶມ ໃຫ້ພະນັກງານ-ລັດຖະກອນ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2021 ທີ່ສະໂມສອນໃຫຍ່ຂອງແຂວງ, ເປັນປະທານໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ມີພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານປະທານໄດ້ຍົກໃຫ້ເຫັນເນື້ອໃນທີ່ສຳຄັນຂອງມະຕິກົມການເມືອງສູນກາງພັກ ເລກທີ 118/ກມສພ, ລົງວັນທີ 7 ກັນຍາ 2020 ວ່າດ້ວຍການເພີ່ມທະວີຊີ້ນຳ-ນຳພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ວ່າ: ພັກເຮົາຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ ເປັນການສືບຕໍ່ສ້າງ ແລະ ບູລະນະ ລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ເປັນການເສີມຂະຫຍາຍສິດປະຊາທິປະໄຕ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍຮັບປະກັນໃຫ້ຖືກຕ້ອງຕາມກົດໝາຍ, ປະຢັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ ຄື: ຜູ້ມີສິດປ່ອນບັດ ຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງ, ຮັບປະກັນບໍ່ໃຫ້ມີບັດຕາຍ ແລະ ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງ ຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ ໃຫ້ໄດ້ 100%.

ທ່ານກ່າວອີກວ່າ: ການເລືອກເຟັ້ນເອົາຜູ້ທີ່ມີມາດຖານເງື່ອນໄຂລົງສະໝັກ ເປັນວຽກງານສຳຄັນ ຂອງການກະກຽມແກ່ການເລືອກຕັ້ງຄັ້ງນີ້ ຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະກຳມະການເລືອກຕັ້ງຂອງຕົນ ໃນການກະກຽມກແຜນ ແລະ ປະສານສົມທົບກັບບັນດາຂະແໜງການ ເພື່ອເລືອກເຟັ້ນເອົາຜູ້ທີ່ຈະລົງສະໝັກເລືອກຕັ້ງ ບົນພື້ນຖານຜົນຂອງການເລືອກຕັ້ງໃນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ພ້ອມນັ້ນ ໃນກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີບົດເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ບົດຄຳຖາມ-ຄຳຕອບ ແລະ ບົດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ການເລືອກຕັ້ງ ສສຊ ແລະ ສສຂ ຊຸດນີ້ ( 2021-2026) ໃຫ້ໄດ້ຮັບຜົນດີ, ມີມາດຖານເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໃນນັ້ນ ຖືຄຸນນະພາບເປັນສຳຄັນ ມີໂຄງປະກອບທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ກາງ ແລະ ອາວຸໂສ ໃນອັດຕາສ່ວນທີ່ເໝາະສົມ, ສູ້ຊົນ ແລະ ຮັບປະກັນ ເລືອກຕັ້ງໄດ້ ສສຊ ແລະ ສສຂ ຄົບຖ້ວນຕາມຈຳນວນທີ່ໄດ້ກຳນົດໄວ້.

About admins14