ມອບ-ຮັບຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່

ພິທີມອບ-ຮັບລະຫວ່າງ ຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ, ໂດຍຊ້ອງໜ້າ ທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ພະແນກການເງິນແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນສ່ວຍສາອາກອນປະຈຳແຂວງບໍລິຄຳໄຊເຂົ້າຮ່ວມ.

ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3267/ກງ ລົງວັນທີ 4 ທັນວາ 2020 ວ່າດ້ວຍການຍົກຍ້າຍພະນັກງານຂະແໜງການເງິນໄປຮັບໜ້າທີ່ໃໝ່ ຢູ່ຂະແໜງການອື່ນ ແລະ ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 830/ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງທ່ານ ແສງຈັນ ສີປະເສີດ ເປັນຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ.

ຈາກນັ້ນ ກໍ່ໄດ້ເຊັນບົດບັນທຶກມອບ-ຮັບວຽກລະຫວ່າງ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ເກົ່າ ແລະ ທ່ານ ແສງຈັນ ສີປະເສີດ ຮັກສາການຫົວໜ້າສ່ວຍສາອາກອນປະຈຳແຂວງ ຜູ້ໃໝ່ ຢ່າງເປັນທາງການ.

About admins16