ພິທີປິດບັ້ນອົບຮົມ-ຫັດແອບ ບ້ານປ້ອມໝັ້ນສູ້ຮົບ

ວັນທີ 9 ມັງກອນ 2021 ບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດບັ້ນອົບຮົມ-ຫັດແອບບ້ານປ້ອມໝັ້ນສູ້ຮົບຂຶ້ນ ຢູ່ຫ້ອງການບ້ານຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ກີ່ ຊົງລ່າຫວ່າງ ຮອງເລຂາພັກເມືອງຄຳເກີດ, ສະຫາຍ ພັທ ບຸນຕອງ ວັນນະວົງ ຫົວໜ້າກອງບັນຊາການທະຫານເມືອງຄຳເກີດ, ອົງການປົກຄອງບ້ານ, ພະນັກງານວິຊາການ,ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການສະແດງຂອງຄະນະພັກ ອຳນາດການປົກຄອງບ້ານ ແລະ ປ້ອງກັນບ້ານຢູ່ພາກສະໜາມ ພ້ອມຮັບຟັງລາຍງານການຈັດຕັ້ງປະຕິບັດບັ້ນອົບຮົມ-ຫັດແອບບ້ານປ້ອມໝັ້ນສູ້ຮົບໃຫ້ຮູ້ວ່າ: ບັ້ນອົບຮົມ-ຫັດແອບດັ່ງກ່າວໄດ້ເລີ່ມດຳເນີນມາແຕ່ວັນທີ 28 ທັນວາ 2020 ມາຮອດ ວັນທີ 9 ມັງກອນ 2021 ໄດ້ໃຊ້ເວລາ 13 ວັນຈື່ງສໍາເລັດ. ມີຈໍານວນພົນ 120 ສະຫາຍ, ບົດຮຽນທີນໍາມາອົບຮົມໃນຄັ້ງນີ້ ປະກອບມີ 2 ພາກ ຄື: ພາກຮຽນປະຈໍາປີ ແລະ ພາກຮຽນບ້ານປ້ອມໝັ້ນສູ້ຮົບ.

ຜ່ານການຈັດຕັ້ງປະຕິບັັດຕົວຈິງ ສາມາດປະຕິບັດໄດ້ ພາກຮຽນປະຈຳປີ, ຮຽນການເມືອງ ຕີລາຄາຄວາມຮັບຮູ້ໄດ້ 80%, ຮຽນສີນລະປະຍຸດ ຕີລາຄາໄດ້ 85%, ປະຕິບັດຍິງປືນຕົວຈິງ 80%,  ຕີລາຄາໄດ້ ຄະແນນເກັ່ງມີ 7 ສະຫາຍ ເທົ່າກັບ 8,75%, ຄະແນນດີໄດ້ 32 ສະຫາຍ ເທົ່າກັບ 40%, ຄະແນນຄາດໝາຍໄດ້ 41 ສະຫາຍ ເທົ່າກັບ 51,25% ບັນລຸຄາດໝາຍ 100%, ພາກທີ 2 ຮຽນສ້າງບ້ານປ້ອມໝັ້ນສູ້ຮົບປະຕິບັດໄດ້, ຮຽນພາກສະໂມສອນຕີລາຄາຄວາມຮັບຮູ້ໄດ້ 80%, ຮຽນພາກສະໜາມ ຕີລາຄາໄດ້ 80%.

About admins16