ໄຊຈຳພອນ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນ ແຂວງບໍລິຄຳໄຊ ຊຸດທີ I

ກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 10 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2021 ຢູ່ຫ້ອງວ່າການເມືອງໄຊຈໍາພອນ ພາຍໃຕ້ການເປັນປະທານຂອງ ທ່ານ ພັອ ສາຍຄຳ ພັນດານຸວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສສຂ ປະຈຳເຂດເລືອກຕັ້ງເມືອງໄຊຈຳພອນ, ມີ ສສຂ ປະຈຳເຂດເລືອກຕັ້ງ, ການນຳຂອງເມືອງ, ບ້ານ, ພະນັກງານລັດຖະກອນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫລອດຮອດພໍ່ເເມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8 ແລະ ສະພາປະຊາຊົນແຂວງບໍລິຄໍາໄຊຊຸດທີ I ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ 5 ປີຜາ່ນມາ ນັບແຕ່ປີ 2016-2020 ເປັນຕົ້ນແມ່ນໄດ້ປະສານສົມທົບກັບກໍາມະທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ພາກສວ່ນທີ່ກ່ຽວຂອ້ງ ຈັດຕັ້ງ ແລະ ເຂົ້າຮວ່ມການທາບທາມ, ປະກອບຄຳເຫັນເຂົ້າໃນການສາ້ງ ແລະ ປັບປຸງຮາ່ງກົດໝາຍ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນສະໄຫມສາມັນເທື່ອທີ 2 ຫາ ເທື່ອທີ 10 ສະພາແຫ່ງຊາດ ຊຸດທີ VIII ປະຕິບັດໄດ້ 80 ສະບັບ, ໃນນັ້ນ ສ້າງໃໝ່ 34 ສະບັບ, ປັບປຸງ 46 ສະບັບ ແລະ ສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ໃນການຕົກລົງບັນຫາສຳຄັນພື້ນຖານຂອງທອ້ງຖີ່ນ, ພົ້ນເດັ່ນ ແມ່ນການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ, ຂອງອົງການປົກຄອງແຂວງ, ອົງການໄອຍະການ ແລະ ສານປະຊາຊົນແຂວງ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ພອ້ມນີ້ ກໍ່ໄດ້ຮັບຮອງເອົາການຍົກຍ້າຍແຕ່ງຕັ້ງບຸກຄະລາກອນແຕ່ລະໄລຍະ ຕາມການສະເໜີຂອງທາ່ນເຈົ້າແຂວງ ແລະ ວຽກງານອື່ນໆ. ຕໍ່ມາໃນຕອນບ່າຍຂອງວັນດຽວກັນ ກໍ່ໄດ້ເຄື່ອນໄຫວລົງເຜີຍແຜ່ເອກະສານດັ່ງກ່າວ ຢູ່ບ້ານພຽງດີ.

ຕອນທາ້ຍກອງປະຊຸມ ບັນດາສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຈຳພອນ ຊຸດທີ I ໄດ້ຂື້ນກ່າວອຳລາໜ້າທີ່, ພ້ອມກັນນັ້ນ ຍັງໄດ້ເນັ້ນໜັກປະຊາຊົນ ຜູ້ມີສິດບ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໃນແຕ່ລະເຂດເລືອກຕັ້ງ ໃຫ້ໄປໃຊ້ສິດ ໃນການເລືອກເອົາຜູ້ແທນ ທີ່ຈະເປັນຕົວແທນດ້ານສິດ ແລະ ຜົນປະໂຫຍດຂອງຕົນ ແລະ ຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນ.

About admins14