ເມືອງວຽງທອງ ຝືກອົບຮົມໃຫ້ພະນັກງານກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

 

ໃນວັນທີ 6 ມັງກອນ 2021 ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝືກອົບຮົມ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂື້ນ ທີຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາເລຂາພັກບ້ານ, ນາຍບ້ານທົ່ວເມືອງ ເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິກົມການເມືອງສູນກາງພັກເລກທີ 118/ກມສພ ວ່າດ້ວຍການເພີ່ມທະວີຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລີອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສາພາປະຊາ ຊົນຂັ້ນແຂວງ ຊຸດທີ II, ຄໍາແນະນໍາຂອງຄະນະປະຈໍາການ,ຄະນະກໍາມະການເລືອກຕັ້ງລະດັບຊາດ ເລກທີ 04/ຄປລຊ ກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ການປະກາດຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາຂັ້ນແຂວງ ຊຸດທີ II, ຄຳສັ່ງແນະ ນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດເລກທີ 08/ຄລຊ ກ່ຽວກັບການໂຄສະນາຫາງສຽງໃຫ້ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂວງ ແລະ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງຕ່າງໆຂອງເມືອງ ກ່ຽວກັບການແຕ່ງຕັ້ງບັນດາອະນຸກຳມະການທີ່ຮັບຜິດຊອບໃນບັ້ນເລືອກຕັ້ງ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລ້ວນຳໄປຈັດຕັ້ງປະຕິບັດໃນບັ້ນເລືອກຕັ້ງຊຸດນີ້ ໃຫ້ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສູງສຸດ.

About admin11