ປະກາດການຈັດຕັ້ງ ຂະແໜງການເງິນຂື້ນກັບຄະນະບັນຊາກອງພັນໃຫຍ່ 642

ໃນວັນທີ່ 7 ມັງກອນ 2021 ກອງພັນໃຫຍ່ 642 ໄດ້ຈັດພິທີ ປະກາດຂະແໜງການເງິນຂື້ນກັບຄະນະບັນຊາກອງພັນໃຫຍ່ 642 ໂດຍກົງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ຄໍາໃສ ແພງຄູນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄນຄະພັກ-ຄະນະບັນຊາ ກອງພັນໃຫຍ່, ຄະນະພັກຮາກຖານ, ກອງພັນນ້ອຍ ກອງຮ້ອຍຂື້ນກັບ ຕະຫຼອດຮອດພະນັກງານວິຊາສະເພາະການເງິນ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ຄໍາປິ່ງ ຄູນສົມເຮືອງ ຄະນະພັກ ຮອງຫົວໜ້າພະແນກການເມືອງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5156/ກປທ ວ່າດ້ວຍການໂອນກົມການເງິນ ຂື້ນໂດຍກົງກັບ ກະຊວງປ້ອງກັນປະເທດ ນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ແລະ ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5447/ກປທ ໂອນພະແນກ ຫຼື ຂະແໜງການເງິນ ທາງດ້ານວິຊາສະເພາະ ຂື້ນໂດຍກົງກັບຄະນະພັກ-ຄະນະບັນຊາກົມກອງ.

ຫຼັງຈາກນັ້ນ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5162/ກປທ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກົມການເງິນ ກະຊວງປ້ອງກັນປະເທດ ຊຶ່ງປະກອບມີ IX ໝວດ, 26 ມາດຕາ ແລະ ໄດ້ອະທິບາຍເພີ່ມເຕີມກ່ຽວກັບຂັ້ນຕອນການດໍາເນີນເອກະສານ ແຕ່ລະຂັ້ນ ນັບແຕ່ຂັ້ນການເງີນກອງຮ້ອຍຂື້ນກັບກອງພັນນ້ອຍ ແລະ ຂັ້ນກອງຮ້ອຍຂື້ນກັບກອງພັນໃຫຍ່.

 ສະຫາຍ ພັນເອກ ແສງທອງ ດວງວິໄລ ໄດ້ຊີ້ແຈງກ່ຽວກັບເນື້ອໃນເອກະສານຕ່າງໆ ວ່າ: ນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ຂະແໜງການເງິນ ແມ່ນຂື້ນກັບຄະນະພັກ-ຄະນະບັນຊາ ຂອງຂັ້ນຕົນ ໂດຍບໍ່ຜ່ານສາຍພະລາຢູ່ໃນຂັ້ນນັ້ນໆ, ນີ້ກໍແມ່ນບາດກ້າວໜື່ງ ຂອງແຜນພັດທະນາລະບົບພື້ນຖານໂຄງລ່າງ ຂອງການຈັດຕັ້ງການເງິນຢູ່ໃນແຕ່ລະຂັ້ນ ເພື່ອສະດວກໃນການດໍາເນີນເອກະສານໃຫ້ເປັນລະບົບຍິ່ງໆຂື້ນ, ໃຫ້ມີຄວາມກະທັດຮັດ, ໜັກແໜ້ນ ແລະ ຖືກຕ້ອງຕາມຫຼັກການ ເພື່ອເຮັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງທຸກຂັ້ນມອບໝາຍໃຫ້.

About admin11