ເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ການບໍລິການທາງດ້ານການເງິນ

ກອງປະຊຸມ ເຜີຍແຜ່ດຳລັດ ເລກທີ 225/ລບ ລົງວັນທີ 6 ເມສາ 2020 ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ການບໍລິການທາງດ້ານການເງິນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ມັງກອນ 2021 ຢູ່ຫ້ອງປະຊຸມທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງບໍລິຄຳໄຊ ໂດຍການເຂົ້າເປັນປະທານຂອງທ່ານ ນ້ອຍຄຳພັນ ສໍປະເສີດ ຮອງຫົວໜ້າກົມນິຕິກຳ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສຸລິສັກ ຮົ່ມໂພທິຈັກ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາແຂວງສະຫວັນນະເຂດ, ມີບັນດາພະແນກການ, ສະຖາບັນການເງິນຈຸລະພາກ ແລະ ທະນາຄານທຸລະກິດ ພາຍໃນແຂວງ ເຂົ້າຮ່ວມ.

ດຳລັດວ່າດ້ວຍການປົກປ້ອງຜູ້ຊົມໃຊ້ການບໍລິການທາງດ້ານການເງິນ ແມ່ນການນຳໃຊ້ມາດຕະການຕ່າງໆ ເພື່ອປົກປ້ອງຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທີ່ເນື່ອງຈາກຜົນກະທົບຂອງການນຳໃຊ້ການບໍລິການດ້ານການເງິນ ໂດຍຕ້ອງໄດ້ປະຕິບັດຕາມຫຼັກການ ຄື: ປະຕິບັດດ້ວຍຄວາມເຄົາລົບ ແລະ ຍຸຕິທຳ, ຮັບປະກັນການໃຫ້ບໍລິການທາງດ້ານການເງິນ ໃຫ້ມີຄຸນນະພາບ ແລະ ໂປ່ງໃສ, ສົ່ງເສີມໃຫ້ຜູ້ຊົມໃຊ້ ມີຄວາມເຂົ້າໃຈກ່ຽວກັບການບໍລິການທາງດ້ານການເງິນ, ຮັບປະກັນຄວາມປອດໄພ ແລະ ໝັ້ນຄົງທາງດ້ານການເງິນ, ຂໍ້ມູນຂອງຜູ້ຊົມໃຊ້ ແມ່ນຂໍ້ມູນສ່ວນຕົວ, ຂໍ້ມູນດ້ານການເງິນ, ລະຫັດຜ່ານຕ່າງໆ.

About admins16