ມອບ-ຮັບ ໃບຢັ້ງຢືນ ບ້ານຈອມທອງ ເປັນບ້ານໜັກແໜ້ນເຂັ້ມແຂງ

ໃນຕອນເຊົ້າຂອງວັນທີ 8 ມັງກອນ 2021 ຢູ່ຫ້ອງການບ້ານໃຫຍ່ຈອມທອງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ບ້ານຈອມທອງ ເປັນບ້ານໜັກແໜ້ນເຂັ້ມແຂງ ປະຈໍາປີ 2020 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ.

ໃນພິທີ ໄດ້ຜ່ານບົດສະຫຼຸບຫຍໍ້ຂອງບ້ານຈອມທອງ ເຊິ່ງບ້ານຈອມທອງ ປະກອບມີ 478 ຫຼັງຄາເຮືອນ, ມີ 580 ຄອບຄົວ, ມີ 3 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າຜ້ອງ, ມີຈໍານວນພົນທັງໝົດ 2.683 ຄົນ, ຍິງ 1.323 ຄົນ.

ຜ່ານການປະເມີນຕົວຈິງ ຂອງຄະນະຮັບຜິດຊອບ ເຫັນວ່າ ບ້ານຈອມທອງໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບ້ານໄດ້ຄົບຕາມ 10 ມາດຕະຖານ ທີ່ກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ, ປະຊາຊົນມີຄວາມເພີ່ງພໍໃຈ ການບໍລິການທີ່ດີຂອງອົງການປົກຄອງບ້ານ 94% ແລະ ແຕ່ລະມາດຖານແມ່ນໄດ້ 80% ຂຶ້ນໄປ.

ຈາກນັ້ນ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການພາຍໃນເມືອງວຽງທອງ ວ່າດ້ວຍການປະກາດຮັບຮອງເອົາບ້ານຈອມທອງ ເປັນບ້ານໜັກແໜ້ນເຂັ້ມແຂງ ປະຈໍາປີ 2020 ເປັນກຽດຂຶ້ນມອບໃບຢັ້ງຢືນໜັກແໜ້ນເຂັ້ມແຂງ ໂດຍທ່ານ ຄໍາກອງ ພົມມີໄຊ ຫົວໜ້າຫ້ອງການພາຍໃນເມືອງ.

About admins16