ບໍລິສັດ ພູເຊີນ ອິມພອດ-ເອັກສພອດ ລົງນາມກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ມູນຄ່າ ເກືອບ 3 ລ້ານ ໂດລາສະຫະລັດ

ພິທີເຊັນສັນຍາ ສຳປະທານໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2021 ຢູ່ໂຮງແຮມດອກຈໍາປາ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ວິໄຊ ພູມີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຫງຽນ ດຸຍ ເຟືອງ ຕາງໜ້າບໍລິສັດ ຟູເຊີນ ອິມພອດ-ເອັກສພອດ ແອນ ຄອນສຣັກເຊີນ ( Fusion Import-Export and Construction Co., Ltd ) ຊ້ອງໜ້າໂດຍທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອຕົວເມືອງປາກຊັນ ແຂວງບໍລິຄຳໄຊ ເປັນໂຄງການໜຶ່ງທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 ເລກ ADB Grant No. 0606-Lao, ໂດຍມີ 4 ໜ້າວຽກຫຼັກ ຄື: ຕິດຕັ້ງລະບົບແຜ່ນຕອງ HDPE, ການຂຸດເຈາະເຂດສະໜາມ, ສາມາດສະໜອງ ແລະ ຕິດຕັ້ງສາຍໄຟຂະໜາດ 250 KVA ຫຼື ໝໍ້ແປງທີ່ມີຄວາມແຮງສູງ ຫຼາຍກວ່າ 22 KV, ກໍ່ສ້າງເສັ້ນທາງປູຢາງ ແລະ ທາງເບຕົງເສີມເຫຼັກ ແລະ ໜ້າວຽກການກໍ່ສ້າງ ເປັນຕົ້ນ ຂຸມເກັບມ້ຽນຂີ້ເຫຍື້ອ, ອາຄານເຮືອນພັກຂອງພະນັກງານ ແລະ ກຳມະກອນ, ມີທາງປູຢາງອ້ອມຮອບສະໜາມຂີ້ເຫຍື້ອ, ທາງເບຕົງຈາກເສັ້ນທາງເລກທີ 13 ໃຕ້ ເຂົ້າເຖິງສະໜາມຂີ້ເຫຍື້ອ, ໂຄງການດັ່ງກ່າວ ຕັ້ງຢູ່ບ້ານນາສົ້ມມໍ ( ຫລັກ 9 ) ມີເນື້ອທີ 9 ເຮັກຕາ ສາມາດບັນຈຸຂີ້ເຫຍື້ອໄດ້ 220.000 ແມັດກ້ອນ ນ້ຳໃຊ້ໄດ້ 20 ປີ, ມີມູນຄ່າການລົງທຶນ 2.843.666 ໂດລາສະຫະລັດ ໄລຍະການກໍ່ສ້າງແມ່ນ 730 ວັນ ແລະ ຈະເລີ່ມລົງມືກໍ່ສ້າງນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ.

ຈຸດປະສົງຂອງການລົງທຶນ ສ້າງສະໜາມກຳຈັດຂີ້ເຫຍື້ອ ກໍ່ເພື່ອເປັນການຈັດລະບົບ ເກັບມ້ຽນ ແລະ ທຳລາຍສີ່ງເສດເຫລືອຈາກການນຳໃຊ້ ບໍ່ໃຫ້ກັບມາທຳລາຍສີ່ງແວດລ້ອມ, ທັງເປັນການພັດທະນາສີສັນຕົວເມືອງ ໃຫ້ມີຄວາມສະອາດ ຈົບງາມ ແລະ ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນ ທີ່ຜ່ານກາຍ ໄປມາ ແລະ  ແວ່ຢາມ.

About admins16