ປກສ ເມືອງວຽງທອງ ສະຫຼຸບວຽກງານໂຄງການຫຼຸດຜ່ອນອຸປະຕິເຫດ

ກອງປະຊຸມ ສະຫຼຸບວຽກງານໂຄງການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນ 2021 ຢູ່ກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບ ການປະຕິບັດວຽກງານໂຄງການຫຼຸດຜ່ອນອຸປະຕິເຫດ ທີ່ໄດ້ປະຕິບັດຜ່ານມາ ຢູ່ເມືອງວຽງທອງ ເຫັນວ່າ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ປະຕິບັດຕາມວິຊາສະເພາະ, ພາລະບົດບາດ, ສິດ ແລະ ໜ້າທີຂອງຕົນ ເຊິ່ງໄດ້ລົງໂຄສະນາເຜີຍແຜ່ກົດລະບຽບການຈະລາຈອນໄດ້ 4 ຄັ້ງ, ໄດ້ລົງຈັດສັນແບ່ງປັນຊ່ອງທາງການສັນຈອນ 4 ແຍກເທດສະບານເມືອງໄດ້ 3 ຄັ້ງ, ລົງຈັດສັນການຈອດລົດໃຫ້ເປັນລະບຽບຢູ່ທ້ອງຖະໜົນ 5 ຄັ້ງ, ລົງຕັ້ງຈຸດກວດກາເອກະສານລົດ, ກວດກາເຕັກນິກລົດ ແລະ ຊຸກຍູ້ເສຍຄ່າທາງລົດ ຕາມເສັ້ນທາງ 1D ໄດ້ 15 ຄັ້ງ, ໄດ້ສຶກສາອົບຮົມຕໍ່ຜູ້ລະເມີດກົດລະບຽບການສັນຈອນ, ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ຂັບຂີ່ຍານພາຫະນະ ກ່ຽວກັບຫຼັກການ ແລະ ລະບຽບການຂັບຂີ່ ເພື່ອນຳໄປປະຕິບັດ ເຮັດໃຫ້ການເກີດອຸປະຕິເຫດຕາມທ້ອງຖະໜົນຫົນທາງຫຼຸດຜ່ອນໜ້ອຍລົງ.

ຫຼັງຈາກນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງ ແລະ ຖອດຖອນເປັນບົດຮຽນ.

About admins14