ໄຊຈຳພອນ ໄດ້ຮັບເຄື່ອງນຸ່ງຫົ່ມຕ້ານໄພໜາວ

 

ໄລຍະນີ້ ກໍ່ເປັນໄລຍະໜຶ່ງທີ່ກ້າວເຂົ້າສູ່ລະດູໜາວ, ອາກາດຢູ່ທົ່ວທຸກໆເມືອງທຸກໆແຂວງທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ທີ່ເປັນເມືອງພູດອຍ ກໍ່ເປັນອີກເມືອງໜຶ່ງທີ່ປະສົບກັບຄວາມໜາວເຢັນ ຫຼາຍພໍສົມຄວນ ເພາະເປັນເມືອງໜື່ງທີ່ມີເນື້ອທີ່ພູມສັນຖານພູກວມເອົາ 95%, ເພາະສະນັ້ນ ຈຶ່ງມັກພົບກັບອາກາດເຢັນ ແລະ ອາກາດກໍ່ປ່ຽນແປງຢູ່ເລື້ອຍໆ.

ໃນວັນທີ 06 ມັງກອນ 2021 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ຊື່ງນຳໂດຍ ທ່ານ ນາງ ໂສພາ ຈັນທະວົງ ຮອງພະແນກແຮງງານ ແລະ ສະຫວັດດິການສັງຄົມແຂວງບໍລິຄຳໄຊ ພ້ອມດ້ວຍທີມງານ ໄດ້ນຳເອົາເຄື່ອງນຸ່ງຫົ່ມຕ້ານກັບໄພໜາວ, ເຄື່ອງອຸປະໂພກ, ບໍລິໂພກຈຳນວນໜື່ງ ມາມອບໃຫ້ແກ່ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ ເມືອງໄຊຈຳພອນ ເພື່ອນຳໄປແຈກຢາຍໃຫ້ກັບພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານ ໂດຍສະເພາະກໍ່ແມ່ນຄອບຄົວທີ່ອານາຖາ, ທຸກຍາກ ເພື່ອເປັນການບັນເທົາທຸກ ແລະ ຕ້ານໄພໜາວ, ໃນນັ້ນ ເຄື່ອງທີ່ນຳມາມອບມີ ເກີບຜູ້ໃຫຍ່ 10 ແກັດ, ເກີບເດັກນ້ອຍ 5 ແກັດ, ເກີບຫຸ້ມຂໍ້ໃຫຍ່+ກາງ 3 ແກັດ, ເກີບຫຸ້ມຂໍ້ເດັກນ້ອຍ 1 ແກັດ, ເສື້ອກັນໜາວ+ເສື້ອກັນລົມ 5 ແກັດ, ເສື້ອຢຶດແຂນຍາວ 3 ແກັດ, ເສື້ອແຂນສັ້ນ+ຊຸດວອມເດັກນ້ອຍ 1 ແກັດ, ໂສ້ງຂາຍາວ 1 ແກັດ, ໂສ້ງຂາສັ້ນ 1 ແກັດ, ເຄື່ອງແກັດສີຟ້າ 1 ແກັດ, ເຄື່ອງ BYC 1 ແກັດ, ໝວກ+ຖົງມື+ຊຸດລອຍນາໍ້ 3 ແກັດ, ເຄື່ອງປະສົມມືສອງ 30 ເປົາ ແລະ ເກືອ 10 ຖົງ, ກ່າວຮັບເຄື່ອງຈຳນວນດັ່ງກ່າວ ໂດຍ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ພ້ອມຄະນະນຳຈາກຫ້ອງການຫ້ອງການ ແຮງງານ ແລະ ສະຫວັດດິການສັງຄົມເມືອງໄຊຈຳພອນ.

 

About admin11