ສສຂ ບໍລິຄຳໄຊ ເຄື່ອນໄຫວໂອ້ລົມພໍ່, ແມ່ ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ

 

ໃນວັນທີ 25-28 ມັງກອນ 2021 ຢູ່ທີ່ ບ້ານນໍ້າກູ້, ສະໂມສອນບ້ານກົກຂາມ, ບ້ານສົບນາ, ບ້ານຜາບໍ ແລະ ບ້ານເມືອງມ່ວນ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ລົງພົບປະໂອ້ລົມ ພໍ່, ແມ່ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຂອງສະພາປະຊາຊົນແຂວງ ຊຸດທີ I ໂດຍເປັນກຽດເຂົ້າຮ່ວມນຳທີມງານໂດຍ ທ່ານ ລົມ ແພງສຸກ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ-ກິລາແຂວງ ເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍທິມງານ, ມີທ່ານ ສົມໃຈ ຊົງລາຫວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ແລະ ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຂອງສະພາປະຊາຊົນແຂວງ ຊຸດທີ I ຕິດພັນກັບການເກັບກຳຄຳຄິດ-ຄຳເຫັນ, ຄຳສະເໜີ ຂອງຜູ້ມີສິດເລືອກຕັ້ງ ເພື່ອຈະນໍາໄປພິຈາລະນາ ແລະ ສະເໜີຕໍ່ກອງປະຊຸມສະໄໝສາມັນຊຸດຕໍ່ໄປ.

ຈາກນັ້ນ ກໍ່ໄດ້ພົບປະໂອ້ລົມອຳນາດການປົກຄອງ ພໍ່ແມ່, ປະຊາຊົນແຕ່ລະບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການກະກຽມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຂວງ.

ໃນໂອກາດດຽວກັນນັ້ນ ທ່ານກໍ່ໄດ້ນໍາເອົາເຄື່ອງນຸ່ງຫົ່ມຈໍານວນໜຶ່ງ ມາມອບໃຫ້ຄອບຄົວອານາຖາແຕ່ລະບ້ານ ເພື່ອເປັນການຊ່ວຍເຫລືອບັນເທົາທຸກ ມອບຄວາມອົບອຸ່ນ ໃຫ້ແກ່ປະຊາຊົນ.

About admin11