ປະຊາຊົນຫລາຍບ້ານ ເມືອງວຽງທອງ ເຊື່ອມຊືມ ສິດເປັນເຈົ້າ ໃນການເລືອກຕັ້ງ ສສຊ – ສສຂ

 

ໃນວັນທີ 21 – 22 ມັງກອນ 2021 ຢູ່ຫ້ອງການບ້ານທອງມີໄຊ ແລະ ບ້ານໃຫຍ່ຈອມທອງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ເຊື່ອມຊືມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໂດຍເປັນກຽດເຂົ້າຮ່ວມ ແລະ ນໍາທີມຂອງ ທ່ານ ດວງໃຈ ພົມມີໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງວຽງທອງ, ທັງເປັນຫົວໜ້າຄະນະອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂັ້ນເມືອງ.

ຈຸດປະສົງກໍ່ເພື່ອຜັນຂະຫຍາຍ ເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ເລກທີ 118/ກມສພ ວ່າດ້ວຍການເພີ່ມທະວີ ການຊີ້ນໍາ-ນໍາພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2, ເຊິ່ງເນື້ອໃນພື້ນຖານ ແມ່ນເວົ້າເຖີງ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສິດ, ໜ້າທີ, ພາລະບົດບາດຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ອາຍຸການຂອງສະມາຊິກສະພາແຫ່ງຊາດ, ມາດຖານ-ເງື່ອນໄຂຂອງຜູ້ມີສິດສະໝັກຮັບເລືອກຕັ້ງ, ສິດປ່ອນບັດເລືອກຕັ້ງ, ຂັ້ນຕອນ, ວິທີການເລືອກຕັ້ງ ເພື່ອເຮັດໃຫ້ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈ, ຮັບປະກັນຄວາມໂປ່ງໃສ ເພື່ອບໍ່ໃຫ້ມີບັດຕາຍ-ບັດເຫຼືອ, ເຮັດໃຫ້ການເລືອກຕັ້ງຄັ້ງນີ້ີ້ ໄດ້ຮັບຜົນທາງດ້ານປະລິມານ ແລະ ຄຸນນະພາບພາບ ຢ່າງໜ້າເພີ່ງພໍໃຈ.

ໃນວັນທີ 22-24 ມັງກອນ 2021 ຢູ່ທີ່ບ້ານ ຜາບໍ່, ບ້ານ ວັງຫີນ, ບ້ານໄຊຈະເລີນ, ບ້ານ ໄຊບົວທອງ ແລະ ບ້ານນາຍາງ ເມືອງວຽງທອງ, ແຂວງບໍລິຄໍາໄຊ ກໍ່ໄດ້ຈັດກອງປະຊຸມ ເຊື່ອມຊືມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ດຣ ບູນລັບ ວົງເສນາ ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນາສຸກເມືອງ, ມີອຳນາດການປົກຄອງບ້ານ ພາຍໃນເຂດຈວນ ແລະ ປະຊາຊົນຜູ້ທີ່ມີສິດປ່ອນບັດເລືອກຕັ້ງພາຍໃນ 5 ບ້ານ ເຂົ້າຮ່ວມ.

About admin11