ແຂວງບໍລິຄຳໄຊ ອະໄພຍະໂທດ ໃຫ້ແກ່ນັກໂທດ 100 ກວ່າຄົນ

  

.

ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2020 ຄົບຮອບ 45 ປີ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດອະໄພຍະໂທດ ແລະ ຜ່ອນໂທດ ໃຫ້ນັກໂທດຜູ້ທີ່ສ້າງຄຸນງາມຄວາມດີ, ຕື່ນຕົວສະໝັກໃຈ ປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງໄດ້ດີ ພິທີດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 31 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ບໍລິຄໍາໄຊ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ, ມີທ່ານ ພັອ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍາການປະຊາຊົນ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍຍາດພີ່ນ້ອງ ແລະ ນັກໂທດທີ່ໄດ້ຮັບການຜ່ອນໂທດເຂົ້າຮ່ວມ.

ລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 224/ປປທ, ລົງວັນທີ 25 ພະຈິກ 2020 ວ່າດ້ວຍການໃຫ້ອະໄພຍະໂທດ-ຫຼຸດຜ່ອນໂທດແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດ ທີ 02 ທັນວາ 2020 ຄົບຮອບ 45 ປີ ເຊິ່ງມາດຖານເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການຜ່ອນໂທດ ແມ່ນຈະຕ້ອງເປັນບຸກຄົນທີ່ມີຄວາມກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ມີຄວາມບຸກບືນ, ຫ້າວຫັນໃນການປັບປຸງຕົນເອງ, ມີຜົນງານທີ່ດີເດັ່ນໃນຂະບວນການອອກແຮງງານ ແລະ ຕັ້ງໜ້າໃນການປະຕິບັດໂທດ, ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ ຈຶ່ງຈະໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ຕາມແນວທາງນະໂຍບາຍຂອງພັກ- ລັດ ຂັ້ນເທິງ, ຜ່ານການຄົ້ນຄວ້າການອະໄພຍະໂທດ-ຜ່ອນໂທດ ໃຫ້ກັບນັກໂທດ ຜູ້ມີມາດຖານ, ເງື່ອນໄຂ ຢູ່ແຂວງ ບໍລິຄໍາໄຊ ໃນ ປີ 2020 ມີຈໍານວນ 110 ຄົນ, ຍິງ 14 ຄົນ, ຄົນຕ່າງປະເທດ 1 ຄົນ, ຍິງ 1 ຄົນ, ໃນນີ້ ໄດ້ຮັບການປ່ອຍຕົວ 13 ຄົນ.

ທ່ານ ບຸນເສັງ ປະທຳມະວົງ ກໍ່ໄດ້ເນັ້ນຕໍ່ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດ-ຜ່ອນໂທດ ຈົ່ງເພີ່ມທະວີຕໍ່ການປະພຶດຕົນໃຫ້ເປັນຄົນດີໃນສັງຄົມ ແລະ ເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ມີຄວາມບຸກບືນຫ້າວຫັນຕໍ່ຂະບວນການອອກແຮງງານ ໃຫ້ກາຍເປັນບຸກຄົນທີ່ມີຄວາມກ້າວໜ້າ ເພື່ອຈະໄດ້ຮັບການອະໄພຍະໂທດ-ຜ່ອນໂທດໃນຄັ້ງຕໍ່ໄປ, ສ່ວນຜູ້ທີ່ໄດ້ຮັບການປ່ອຍຕົວກໍ່ຈົ່ງກັບຄືນສູ່ຄອບຄົວ-ສັງຄົມ ແລະ ປະກອບສ່ວນທຸກວຽກງານຕາມການຈັດຕັ້ງແຕ່ລະຂັ້ນມອບໝາຍໃຫ້, ຝຶກຝົນຕົນເອງສ້າງເສດຖະກິດຄອບຄົວ, ດຳລົງຊີວິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

About admin11