ກອງປະຊຸມລາຍງານວຽກປະຈຳເດືອນຂອງພູສີທົນ

  

ຕອນເຊົ້າຂອງວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມລາຍງານວຽກປະຈຳເດືອນ ທັນວາ 2020 ຂອງພູສີທົນ ໃນເດືອນທີ່ຜ່ານມາ ໂດຍເປັນປະທານ ຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີທ່ານ ສົມຊາຍ ຈະເລີນສັກ ຫົວໜ້າກອງຄຸ້ມຄອງປ່າສະຫງວນແຫ່ງຊາດ ປະຈຳແຂວງບໍລິຄຳໄຊ, ຊ່ຽວຊານຈາກໂຄງການດັບເບີ້ນຢູຊີເອສ ປະຈຳແຂວງ ພ້ອມຫົວໜ້າທີມລາດຕະເວນປ່າພູສີທົນປະຈຳ 05 ບ້ານ ຄື: ບ້ານໂພນສີ, ບ້ານໂພນງາມ, ບ້ານສົບຂອນ, ບ້ານກວັ່ງ ແລະ ບ້ານຄຳກູນາ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມ ເພື່ອລາຍງານວຽກງານກວດກາລາດຕະເວນປະຈຳເດືອນ 12/2020 ໃຫ້ຄະນະນຳຂັ້ນເມືອງ – ແຂວງໄດ້ຮັບຊາບ ໃນການປົກປັກຮັກສາຂອບເຂດຂອງພູສີທົນ ເພື່ອປ້ອງກັນໄພຂົ່ມຂູ່ ທີ່ເກີດຂື້ນຢູ່ໃນຂອບເຂດປ່າສະຫງວນ ເຊັ່ນ: ການລັກລອບລ່າສັດ, ຕັດໄມ້ທຳລາຍປ່າ, ເກັບເຄື່ອງປ່າຂອງດົງທີ່ຫວງຫ້າມ, ຖາງປ່າແບບຊະຊາຍ, ປົກປ້ອງສັດນ້ຳ, ສັດປ່າທີ່ມີຄວາມສຳຄັນຕໍ່ລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບຸນ ໄປດ້ວຍຊີວະນາໆພັນ.

ໃນຂັ້ນຕອນຂອງການປະຕິບັດໜ້າທີ່ວຽກງານ ແມ່ນມອບໃຫ້ອຳນາດການປົກຄອງຂອງແຕ່ລະບ້ານທີ່ມີຂອບເຂດຕິດກັບພູສີທົນ ໂດຍສະເພາະການປະສານງານລະຫວ່າງບ້ານ ກັບ ເມືອງ ແລະ ໂຄງການ ເພື່ອເຮັດໃຫ້ການຕິດຕາມກວດກາເຂດຫ້ວຍເຈື່ອນ, ການເຂົ້າອອກຂອງປະຊາຊົນ ແຕ່ລະຈຸດກວດກາ ເພື່ອປ້ອງກັນການລັກລອບ ຂົນສັດປ່າ, ອາວຸດລ່າສັດ, ເຄື່ອງປ່າຂອງດົງແບບບໍ່ຖຶກຕ້ອງ ເພື່ອສະກັດກັ້ນ ບໍ່ໃຫ້ສິ່ງເລົ່ານີ້ເກີດຂື້ນໄດ້.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຟັງການໂອ້ລົມຈາກທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ເຊິ່ງກ່ອນອື່ນ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະຕິບັດໜ້າທີ່ວຽກງານຂອງທີມກວດກາລາດຕະເວນ ທັງ 05 ບ້ານ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ທີ່ຖືກມອບໝາຍໃຫ້ ແລະ ສຳເລັດຕາມເປົ້າໝາຍ, ທ່ານຍັງໄດ້ເນັ້ນໜັກ ໃຫ້ທີມກວດກາຕະເວນ ຈົ່ງມີສະຕິສູງ ເອົາໃຈໃສ່ວຽກງານທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້ເຮັດສຳເລັດຜົນຢ່າງດີ.

ຕໍ່ມາກໍ່ໄດ້ມີການຈູດທຳລາຍອາວຸດລ່າສັດ, ກັບດັກສັດ ທີ່ຍຶດໄດ້ຈາກຄົນທີ່ບໍ່ຫວັງດີ ເຂົ້າລັກລອບລ່າສັດ, ດັກສັດຢູ່ປ່າສະຫງວນພູສີທົນ ເພື່ອເອົາມາຂາຍຫາຜົນປະໂຫຍດສ່ວນຕົວ.

About admin11