ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ

ພິທີປະກາດການຈັດຕັ້ງຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມັງກອນ 2021 ຢູ່ຫ້ອງຫ້ອງປະຊຸມຂອງຕົນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ ແລະ ຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ອິງຕາມຄວາມຮຽກຮ້ອງຕ້ອງການວຽກງານໃນສະເພາະໜ້າ ເຈົ້າແຂວງບໍລິຄຳໄຊ ໄດ້ຕົກລົງແຕ່ງຕັ້ງ ທ່ານ ສອນໄຊ ພົມມະວົງ ເປັນຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເພີ່ມເຕີມ ຕາມຂໍ້ຕົກລົງສະບັບເລກທີ 32/ຂບຊ ລົງວັນທີ 18 ມັງກອນ 2021 ເພື່ອເປັນການຍົກລະດັບທາງດ້ານພະນັກງານນຳພາ ແລະ ເສີມສ້າງວຽກງານກະສິກຳ-ປ່າໄມ້ ໄດ້ມີການພັດທະນາຂື້ນ.

ໂອກາດນີ້ ຮອງເຈົ້າແຂວງ ຍັງໄດ້ເນັ້ນໃຫ້ ພະນັງງານ, ສຳມາຊິກພັກ  ຕ້ອງກຳແໜ້ນສິດ, ໜ້າທີ່, ພາລະບົດບາດ, ກົດໝາຍ, ຕ້ອງມີແບບແຜນວິທີນຳພາ ທີ່ມີວິທະຍາສາດ, ແທດຕົວຈິງ ແລະ ມີຄວາມໂປ່ງໃສ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ ແລະ ຄວາມສາມາດນຳພາຂອງໝູ່ຄະນະ ກັບບົດບາດ ແລະ ຄວາມສາມາດນຳພາຂະແໜງການທີ່ຕົນຮັບຜິດຊອບ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອສຸມໃສ່ການຜະລິດກະສິກຳ ໃຫ້ພື້ນຖານແກ່ການຂະຫຍາຍອຸດສາຫະກຳ, ຜະລິດສະບຽງອາຫານ ແລະ ຜະລິດສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແນໃສ່ແກ້ໄຂຄວາມທຸກຍາກ, ພ້ອມທັງສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງອອກແຕ່ລະໄລຍະ, ຕ້ອງມີຄວາມບຸກບືນ, ພັດທະນາຕົນເອງໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່.

About admins16