ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ແມ່ຍິງ ຮາກຖານພະແນກແຜນການ ແລະ ການລົງທຶນແຂວງ

ກອງປະຊຸມໃຫຍ່ແມ່ຍິງ ຮາກຖານພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ  ຄັ້ງທີ IV ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ທິບພະຈັນ ສຸດທິປັນຍາ ປະທານແມ່ຍິງຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຄໍາໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີສະມາຊິກສະຫະພັນແມ່ຍິງພາຍໃນພະແນກ ແລະ ສູນສະຖິຕິແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ແມ່ຍິງຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ແລະ ສູນສະຖິຕິແຂວງ ມີສະມາຊິກແມ່ຍິງທັງໝົດ 27 ສະຫາຍ ເທົ່າກັບ 100% ຂອງຈຳນວນແມ່ຍິງທັງໝົດ ໂດຍຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ຄະນະພັກຮາກຖານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນວຽກສຳຄັນ ເຊິ່ງສະແດງອອກ ຄື: ໄດ້ເຂົ້າຮ່ວມເຊື່ອມເອກະສານທີ່ສຳຄັນຕ່າງໆໄດ້ 216 ຄັ້ງ ມີຜູ້ເຂົ້າຮ່ວມ 512 ເທື່ອຄົນ ພິເສດ ເປັນສ່ວນໜຶ່ງໃນການຕ້ອນຮັບຂະບວນຄາລະວານແມ່ຍິງສູ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ເພື່ອສະເຫຼີມສະຫຼອງຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ເອື້ອຍນ້ອງແມ່ຍິງແຕ່ລະສະຫາຍ ສ້າງເສດຖະກິດຄອບຄົວຂອງຕົນຕາມຄວາມສາມາດຂອງໃຜລາວ ເຊິ່ງເປັນພື້ນຖານ ແລະ ມາດຖານອັນໜຶ່ງໃນຂໍ່ແຂ່ງຂັນ 3 ດີ ເພື່ອພັດທະນາຕົນເອງ ແລະ ສ້າງຄອບຄົວໃຫ້ມີຄວາມຜາສຸກ, ມາຮອດປະຈຸບັນ ມີສະມາະຊິກແມ່ຍິງພົ້ນທຸກແລ້ວ 24 ຄອບຄົວ ເທົ່າກັບ 100%, ການຈັດຕັ້ງປະຕິບັດ ສາມາດປະເມີນ ແລະ ຄັດເລືອກໄດ້ສະມາຊິກແມ່ຍິງ 3 ດີ ປະເພດ 1 ໄດ້ຈຳນວນ 27 ສະຫາຍ ກວມເອົາ 100% ຂອງສະມາຊິກທັງໝົດ ແລະ ໄດ້ຮັບການຢັ້ງຢືນເປັນຮາກຖານສະຫະພັນແມ່ຍິງ 3 ດີ ຈາກສະຫະພັນແມ່ຍິງແຂວງ 3 ປີຊ້ອນ ນັບແຕ່ປີ 2017 ຫາ 2019.

ຈາກຜົນງານດັ່ງກ່າວ ໄດ້ຮັບໃບຍ້ອງຍໍຂັ້ນສູນກາງ 10 ສະຫາຍ, ຂັ້ນແຂວງ 12 ສະຫາຍ, ໄດ້ຮັບໃບຢັ້ງຢືນຮາກຖານ 3 ດີ ແລະ ໜ່ວຍ 3 ດີ ຈາກສະຫະພັນແມ່ຍິງແຂວງ 3 ປີຊ້ອນ, ໄດ້ຮັບໃບຢັ້ງຢືນບຸກຄົນ 3 ດີ ປະເພດ 1 ມີ 24 ສະຫາຍ ແລະ ປະເພດ 2 ມີ 3 ສະຫາຍ.

ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານແມ່ຍິງຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາທ່ານນາງ ນິດດາພອນ ໄຊຍະພອນ ເປັນປະທານແມ່ຍິງຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ທ່ານນາງ ນິດລຳພອນ ພົມມະຈັກ ເປັນຮອງປະທານ ແລະ ທ່ານ ນາງ ລັດຕະນະພອນ ວົງພູທອງ ເປັນຄະນະ.

About admins16