ຊາວໜຸ່ມບໍລິຄໍາໄຊ ຮ່ວມໃຈມອບອາຍອຸ່ນຕ້ານໄພໜາວ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທັງເປັນການ ຊ່ວຍເຫຼືອບັນເທົາທຸກ ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນ ທີ່ທຸກຍາກຂາດເຂີນ ທາງດ້ານເຄື່ອງນຸ່ງຫົ່ມ ຢູ່ເມືອງວຽງທອງ, ໃນວັນທີ 27 ມັງກອນ 2021 ທິມງານພະລັງນໍ້າໃຈ ຊາວໜຸ່ມບໍລິຄໍາໄຊ ມອບອາຍອຸ່ນເຄື່ອງນຸ່ງຫົ່ມກັນໜາ, ອຸປະກອນການຮຽນ-ກິລາ ແລະ ກວດພະຍາດແຈກຢາ ໂດຍບໍ່ເສຍຄ່າ ນໍາໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ແລະ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະ ແລ ທີມແພດ ໄດ້ນໍາເຄື່ອງ ອຸປະໂພກ-ບໍລິໂພກ ໄປມອບໃຫ້ນັກຮຽນ ແລະ ປະຊາຊົນ ບ້ານທອງມີໄຊ, ບ້ານ ສີວິໄລ, ຄອບຄົວທຸກຍາກບ້ານນາເພີນ ແລະ ທະຫານຊາຍແດນ 251 ພ້ອມກວດສຸຂະພາບ ແລະ ແຈກຢາຍຢາ ໂດຍບໍ່ເສຍຄ່າ ໃຫ້ປະຊາຊົນບ້ານດັ່ງກ່າວ.

ເຄື່ອງຈໍານວນດັ່ງກ່າວນີ້ ຄະນະບໍລິຫານງານຊາວໜຸ່ມແຂວງ ເປັນໃຈກາງລະດົມຈາກສັງຄົມ, ຮາກຖານ, ໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງ ເຊິ່ງປະກອບມີ ຜ້າຫົ່ມ, ເຄື່ອງນຸ່ງຫົ່ມກັນໜາວ, ເຂົ້າສານ, ເກືອ, ໝີ່ສຳເລັດຮູບ, ປາກະປອງ, ອຸປະກອນການສຶກສາ-ກິລາ ແລະ ຢາປົວພະຍາດ ລວມມູນຄ່າທັງໝົດ 48.000.000 ກີບ.

ຈຸດປະສົງ ກໍ່ເພື່ອຊ່ວຍເຫຼືອແບ່ງເບົາບັນເທົາທຸກແກ່ພໍ່ແມ່ປະຊາຊົນ ແລະ ເພື່ອສ້າງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄະນະບໍລິຫານງານຊາວໜຸ່ມແຂວງ ກັບຊາວໜຸ່ມກໍາລັງປ້ອງກັນຊາດ – ປະຊາຊົນ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.

About admins14