ກະກຽມໃຫ້ແກ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II

ໃນຕອນເຊົ້າຂອງວັນທີ 30 ທັນວາ 2020ນີ້ ຢູ່ທີ່ຫ້ອງປະຊຸມເມືອງໄຊຈໍາພອນ, ໄດ້ມີກອງປະຊຸມຄົ້ນຄວ້າ ປຶກສາຫາລື ເພຶ່ອກະກຽມໃຫ້ແກ່ການເລຶອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II. ພາຍໃຕ້ການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງປກຊ-ປກສ, ຫົວໜ້າ,ຮອງຫ້ອງການອ້ອມຂ້າງເມືອງພ້ອມຄະນະຮັບຜິດກອງເລຂາເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງ 3 ສະບັບ ວ່າດ້ວຍການແຕ່ງຕັ້ງອານຸກຳມະການຕ່າງໆ, ຈາກນັ້ນກອງປະຊຸມກໍ່ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນເຂົ້າໃສ່ຮ່າງຂໍ້ຕົກລົງ, ໂດຍໄດ້ກຳນົດຈຸດບ່ອນບັດ 8 ຈຸດຄື: ຈຸດທີ1 ຈັດຢູ່ສຳນັກງານປົກຄອງເມືອງປະກອບມີບ້ານບ້ານໂພນສີ, ຈຸດທີ2 ຈັດຢູ່ບ້ານໂພນຄໍາ, ຈຸດທີ 3 ຈັດຢູ່ບ້ານພຽງດີ,  ຈຸດທີ4 ຈັດຢູ່ບ້ານນໍ້າອ້ອນ, ຈຸດທີ5 ຈັດຢູ່ບ້ານໂພນງາມ, ຈຸດທີ6 ຈັດຢູ່ບ້ານເມືອງຈໍາ, ຈຸດທີ7 ຈັດຢູບ້ານໂພນໝັ້ນ ແລະ ຈຸດທີ 8 ຈັດຢູ່ບ້ານນາແຈງ.

About admin11