ນັກທຸລະກິດເມືອງຄຳເກີດ ນຳເຄື່ອງຕ້ານໄພໜາວ ມອບໃຫ້ປະຊາຊົນ 3 ບ້ານ ເມືອງໄຊຈຳພອນ

   

ເພື່ອເປັນການບັນເທົາທຸກ ແລະ ຕ້ານກັບໄພໜາວ ໃຫ້ກັບພໍ່ແມ່ປະຊົນຊົນເມືອງໄຊຈຳພອນ ໃນວັນທີ 05 ມັງກອນ 2021ນີ້ ທ່ານ ທະຍາ ພາພີມ ນັກທຸລະກິດເມືອງຄໍາເກີດ ພ້ອມດ້ວຍພະສົງ-ສຳມະເນນ ຈາກວັດອຸດົມ, ບ້ານແສນອຸດົມ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ເຂົ້າສານ ລົງມາມອບໃຫ້ ປະຊາຊົນ 03 ບ້ານ ຊີ່ງປະກອບມີ ບ້ານໂພນສີ, ບ້ານໂພນງາມ ແລະ ບ້ານນ້ຳສັກ, ການລົງມອບເຄື່ອງໃນຄັ້ງນີ້ ແມ່ນໄດ້ສົມທົບກັບເມືອງໄຊຈຳພອນ ໂດຍມີ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ແລະ  ພາກສ່ວນກ່ຽວຂ້ອງຂອງເມືອງເຂົ້້າຮ່ວມ.

ເຄື່ອງນຸ່ງຫົ່ມ ແລະ ເຂົ້າສານທີ່ມາເອົາມາມອບໃນຄັ້ງນີ້ ລວມມູນຄ່າ 20 ລ້ານກ່ວາກີບ ແຫຼ່ງທີ່ມາຂອງເຄື່ອງແມ່ນໄດ້ຮັບຈາກການສະໜັບສະໜູນຂອງບັນດານັກທຸລະກິດເມືອງຄຳເກີດ ແລະ ພະສົງສຳມະເນນ ພາຍໃນວັດອຸດົມ ນອກນັ້ນທີມງານນັກທຸລະກິດເມືອງຄຳເກີດ ຍັງໄດ້ມອບ ເຄື່ອງອຸປະໂພກ, ບໍລິໂພກໃຫ້ກັບເມືອງໄຊຈຳພອນ ເພື່ອນຳລົງໄປແຈກຢາຍໃຫ້ກັບປະຊາຊົນບ້ານອືນໆຕື່ມອິກ.

About admin11