GPP ໃນປີ 2021 ບໍລິຄຳໄຊ ບັນລຸ 4,58%

ເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ຈາກຜົນກະທົບຂອງໄພທຳມະຊາດ ແລະ ພະຍາດລະບາດ ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດຫຼາຍວຽກງານທີ່ສຳຄັນ ແລະ ບັນດາຄາດໝາຍດ້ານເສດຖະກິດທີ່ເປັນຈຸດສຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປີ 2021 ແລະ ທິດທາງແຜນການ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 5 ມັງກອນ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຫັນວ່າມີຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ສູງ ຍອດຜະລິດຕະພັນພາຍໃນ ບັນລຸໄດ້ ຄິດເປັນມູນຄ່າ 6.537,53 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 20,54 ລ້ານກີບ ຫຼື 2.180 ໂດລ່າ, ອັດຕາຂະຫຍາຍຕົວໃນລະດັບ 4,58%, ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 556,66 ຕື້ກີບ ເທົ່າກັບ 61,83%, ຊຸກຍູ້ສົ່ງເສີມໃຫ້ຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຫາແຫຼ່ງທຶນໄດ້ 4 ຫົວໜ່ວຍ,ສາມາດແກ້ໄຂຄອບຄົວທຸກຍາກໄດ້ 903 ຄອບຄົວ, ລື່ນແຜນ 178 ຄອບຄົວ, ທົ່ວແຂວງມີຄອບຄົວພົ້ນທຸກທັງໝົດ55.414 ຄອບຄົວ ກວມເອົາ 96,09%, ຄອບຄົວທຸກຍາກກວມ 3,9% ລຸດລົງ 1,79%, ບ້ານທຸກຍາກ ກວມ 8,45% ລຸດລົງ 3,87% ໄດ້ຊ່ວຍເຫຼືອບັນເທົາທຸກຄອບຄົວອານາຖາ 11 ຄອບຄົວ, ສ້າງຄອບຄົວພັດທະນາໄດ້ 1.715 ຄອບຄົວ ລື່ນແຜນ 820 ຄອບຄົວ ແລະ ສ້າງບ້ານພັດທະນາ 9 ບ້ານ ເທົ່າກັບ 90% ຂອງແຜນປີ, ພ້ອມນັ້ນທາງແຂວງຍັງໄດ້ເອົາໃຈໃສ່ສະກັດກັ້ນພະຍາດລະບາດຕ່າງໆ.

ນອກນັ້ນ ແຂວງບໍລິຄຳໄຊ ຍັງໄດ້ສຸມທຸກກຳລັງແຮງທົ່ວສັງຄົມ ໃນການພັດທະນາແຂວງ ໃຫ້ມີການຫັນປ່ຽນຮອບດ້ານ ໂດຍສະເພາະແມ່ນການປັບປຸງຍົກລະດັບດ້ານການສຶກສາ, ສາທານະນະສຸກ ແລະ ວຽກງານອື່ນໆ ໃຫ້ມີຄຸນນະພາບ ແລະ ມີບາດກ້າວຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ສຳລັບປີ 2022 ແຂວງບໍລິຄຳໄຊ ຈະໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຕາມເງື່ອນໄຂ ແລະ ທ່າແຮງທີ່ມີ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ສະພາໄດ້ຮັບຮອງ ແລະ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາ, ຮັບປະກັນໃຫ້ການຜະລິດ-ການບໍລິການ ແລະ ການດໍາລົງຊີວິດຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິ ໂດຍຈະສູ້ຊົນໃຫ້ອັດຕາເຕີບໂຕດ້ານເສດຖະກິດຂອງແຂວງ ລວມຍອດຜະລິດຕະພັນພາຍໃນ (GPP) 6.918,90 ຕື້ກີບ, ອັດຕາຂະຫຍາຍຕົວບໍ່ຫຼຸດ 5% ໃນນີ້ ຂະແໜງກະສິກໍາ ຂະຫຍາຍຕົວໃນລະດັບ 2,5%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5% ແລະ ຂະແໜງບໍລິການ ຂະຫຍາຍຕົວ 4%.

About admins16