ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ມັງກອນ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປີ່ງຄຳ ລາຊະສີມາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນວາລະກອງປະຊຸມຈະໄດ້ຮັບຟັງການລາຍງານ, ຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນຄື: ຮັບຟັງການລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022, ພິຈາລະນາ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ພິຈາລະນາ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022, ພິຈາລະນາ ຮັບຮອງເອົາການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2020 ຂອງອົງການກວດສອບພາກກາງ ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021, ທິດທາງແຜນການ ປະຈໍາປີ 2022 ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາ ຂອງອົງການກວດກາລັດແຂວງ.

ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ໂຄງການກໍ່ສ້າງ ແລະ ນໍາໃຊ້ຊົນລະປະທານເຂົ້າໃນການຜະລິກກະສິກໍາ ພາຍໃນແຂວງບໍລິຄໍາໄຊ ແລະ ພິຈາລະນາ, ຮັບຮອງເອົານິຕິກຳສຳຄັນຈຳນວນໜຶ່ງ ຕາມການສະເໜີຂອງອົງການປົກຄອງແຂວງ. ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍງານ, ອະທິບາຍ ຊີ້ແຈງຂອງບັນດາພະແນກການຈໍານວນໜຶ່ງຕໍ່ຄໍາຖາມ, ຄຳຊັກຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາປະຊາຊົນແຂວງ.

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ຈະໄດ້ດຳເນີນເປັນເວລາ 2 ວັນເຄິ່ງ ແຕ່ວັນທີ 5-7 ມັງກອນ ໂດຍຈະໄດ້ອອກອາກາດຖ່າຍທອດສົດ ຜ່ານທາງສະຖານີວິທະຍຸຂອງແຂວງ ໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄຳຄິດຄຳເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admins16