11 ໜ້າວຽກ ອົງການປົກຄອງແຂວງ​​​ ຕ້ອງເລັ່ງຈັດຕັ້ງປະຕິບັດ​.

ເພື່ອ​ຮັບປະກັນ​ຜົນສຳ​ເລັດຂອງວຽກງານພັດທະນາ​ເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ສີສະຫວາດ ທັນທະບຸນ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງ​ບໍລິຄຳໄຊຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ II ທີ່ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄຳໄຊ.

ຜ່ານການຮັບຟັງລາຍງານໂດຍສັງເຂບຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ເຫັນວ່າແຂວງບໍລິຄໍາໄຊຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນບາງຂະແໜງການຍັງສືບຕໍ່ຂະຫຍາຍຕົວ, ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GPP) ສາມາດບັນລຸໄດ້ເຖິງ 6.537 ຕື້ກວ່າກີບ ເທົ່າກັບ 100,58% ດ້ວຍອັດຕາຂະຫຍາຍຕົວ 4,58% ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄດ້ 20 ລ້ານກວ່າກີບ. ແຕ່ເຖີງຢ່າງໄດກໍ່ຕາມ ເຫັນວ່າມີຄາດໝາຍສູ້ຊົນຈໍານວນໜຶ່ງ ທີ່ບໍ່ສາມາດຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຕາມມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ເປັນຕົົ້ນແມ່ນບາງຄາດໝາຍໃນຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ຄາດໝາຍສູ້ຊົນສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ ແລະ ອື່ນໆ.

ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ອົງການປົກຄອງແຂວງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າພິຈາລະນາ ບາງເນື້ອໃນເພີ່ມເຕີມຄື: ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ທີ່ກໍານົດໄວ້ໃນ 2 ວາລະແຫ່ງຊາດ ໃຫ້ມີປະສິດທິຜົນ ໂດຍສະເພາະການແກ້ໄຂບັນຫາໜີ້ສິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດລົງເທື່ອລະກ້າວ, ສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ,ຄົົ້ນຄວ້າພິຈາລະນາແຜນການລົງທຶນຂອງລັດ ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະໃຫ້ສຸມໃສ່ໂຄງການທີ່ມີປະສິດທິຜົນ, ແກ້ໄຂໂຄງການທີ່ສໍາເລັດແລ້ວ ແຕ່ຍັງຄ້າງຊໍາລະ, ສໍາລັບໂຄງການລົງທຶນໃໝ່ ຕ້ອງຮັບປະກັນແຫຼ່ງທຶນທີ່ຈະມາຊໍາລະຢ່າງຊັດເຈນ, ຕິດຕາມກວດກາແລະ ຊຸກຍູ້ໂຄງການຂຸດຄົົ້ນແຮ່ທາດຕ່າງໆ ໃຫ້ມີການເຄື່່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເອົາໃຈໃສ່ລະດົມແຫຼ່ງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາພັດທະນາທາງດ້ານເສດຖະກິດ-ສັງຄົມ ໃນເງື່່ອນໄຂໃໝ່ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ທີ່ກໍານົດໄວ້,ເອົາໃຈໃສ່ຕິດຕາມກວດກາ ການເພີ່ມຂຶ້ນຂອງລາຄາສິນຄ້າ ໂດຍສະເພາະສິນຄ້າທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ, ສຸມໃສ່ການກໍານົດເຂດການຜະລິດຕາມຮູບແບບທີ່ເໝາະສົມສັດເຈນ, ຟື້ນຟູ ແລະ ປັບປຸງລະບົບໂຄງລ່າງພື້ນຖານການຜະລິດກະສິກໍາໃຫ້ເຂັ້ມແຂງ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການຜະລິດບັນລຸຄາດໝາຍ ການຄໍໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າສະໜອງໃຫ້ແກ່ການປຸງແຕ່ງພາຍໃນ, ສົ່ງອອກຕ່າງແຂວງ ແລະ ຕ່າງປະເທດ,ຄົົ້ນຄວ້ານະໂຍບາຍຊຸກຍູ້ສົ່ງເສີມການຜະລິດໃຫ້ເປັນລະບົບ.

ເອົາການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດແຕ່ຫົວທີໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍມີການສົມທົບລະຫວ່າງອົງການປົກຄອງ, ນັກທຸລະກິດແລະ ຜູ້ຜະລິດ, ເອົາໃຈໃສ່ຊຸກຍູ້, ຍົກລະດັບ ແລະ ຂະຫຍາຍຫົວໜ່ວຍການຜະລິດ ທີ່ມີການປຸງແຕ່ງຜົນຜະລິດກະສິກໍາ ກ້າວຂຶ້ນເປັນອຸດສາຫະກໍາປຸງແຕ່ງກະສິກໍາ, ມີຫຼາກຫຼາຍຜະລິດຕະພັນ ຕາມຄວາມຕ້ອງການຂອງຕະຫຼາດ ເພື່ອເປັນການສ້າງມູນຄ່າເພີ່ມ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບເຂົົ້າງົບປະມານ ໃຫ້ນັບມື້ນັບຫຼາຍຂຶ້ນ, ເອົາໃຈໃສ່ຄຸ້ມຄອງການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ, ຕິດຕາມກວດກາ ແລະປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງບັນດາໂຄງການລົງທຶນ ຢ່າງລະອຽດ, ມີມາດຕະການຢ່າງເຂັ້ມງວດ ຕໍ່ບັນດາໂຄງການທີ່ສົ່ງຜົນກະທົບທາງລົບຢ່າງຮ້າຍແຮງ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ,ເອົາໃຈໃສ່ປັບປຸງວຽກງານສະຖິຕິ ແລະ ຂໍ່ມູນຂ່າວສານ ໃຫ້ມີຄວາມຊັດເຈນ ສາມາດເປັນບ່ອນອີງໃນການວາງແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງເຊື່ອມໂຍງຖານຂໍ້ມູນ ຂັ້ນສູນກາງແລະ ທ້ອງຖິ່ນ ໃຫ້ດີຂຶ້ນ, ສືບຕໍ່ປະຕິບັດນະໂຍບາຍ, ມາດຕະການ ແລະ ວິທີການແກ້ໄຂບັນດາຄາດໝາຍຂອງຂະແໜງການໃນຂົງເຂດວັດທະນະທໍາສັງຄົມ ທີ່ບໍ່ບັນລຸ.

ເອົາໃຈໃສ່ຍົກສູງຄຸນນະພາບຂອງຄູອາຈານ, ຄົົ້ນຄວ້າຫຼັກສູດການຮຽນ-ການສອນແບບທາງໄກໃຫ້ເໝາະສົມ ເພື່ອຍົກສູງຄຸນນະພາບການພັດທະນາ ທາງດ້ານຊັບພະຍາກອນມະນຸດໃຫ້ໄດ້ມາດຕະຖານ, ຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດ ຮັບເອົາແຮງງານທີ່ຫວ່າງງານເຂົົ້າເຮັດວຽກໃຫ້ເພີ່ມຂຶ້ນ ແລະ ສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມລັດຖະທໍາມະນູນ ແລະກົດໝາຍ, ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ກ່ຽວກັບກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ເປັນລະບົບຄົບຖ້ວນ, ຮັດກຸມ ເພື່ອຈໍາກັດບັນດາຊ່ອງຫວ່າງການລະເມີດກົດໝາຍ ແລະລະບຽບການ ລົງເທື່ອລະກ້າວ ເຮັດໃຫ້ການບໍລິຫານລັດແຕ່ລະຂັ້ນ ມີຄວາມໂລ່ງລ່ຽນໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນຕາມທິດ 3 ສ້າງ.

About admins16