ກອງພັນໃຫຍ່ 642 ສະຫຼຸບວຽກງານກວດກາ ພັກ – ລັດ 5 ປີ

ໃນວັນທີ 19 ສິງຫາ ປີ 2020 ຢູ່ທີ່ສະໂມສອນກອງພັນໃຫຍ່ 642 ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ 5 ປີ ( 2015 – 2020 ) ແລະ ວາງທິດທາງແຜນການ 5 ປີ ໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ ກອງພັນໃຫຍ່, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ມີເລຂາ-ຮອງເລຂາ ຄະນະພັກຮາກຖານ, ບັນດາໜ່ວຍພັກ, ພ້ອມດວ້ຍພະນັກງານວິຊາສະເພາະເຂົ້າຮ່ວມ.

ໃນວາລະກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານກວດກາ ພັກ – ລັດ ໃນໄລຍະ 5 ປີຜ່ານມາຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 642 ເຊິ່ງຍາມໃດກໍ່ໄດ້ເອົາໃຈໃສ່ເຊື່ອມຊຶມບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ່ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ພ້ອມກັນນັ້ນ ກໍ່ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ VI ຂອງຄະນະພັກກອງພັນໃຫຍ່ ຢ່າງມີຈຸດສຸມ, ມີແຜນການ ແຜນງານຢ່າງລະອຽດເພື່ອຄົ້ນຄ້ວາເຊື່ອມຊຶມ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ສະຫຼຸບຖອດຖອນບົດຮຽນໄປພ້ອມ, ຄະນະກວດກາ ໄດ້ກວດກາຕາມຂໍ້ກໍານົດກົດລະບຽບຂອງພັກ, ຕາມພາລະບົດບາດ, ກວດກາປະຈໍາເດືອນ, ກວດກາປະຈໍາໄຕມາດ, ກວດກາປະຈໍາປີບໍ່ໄດ້ຂາດ ແຕ່ລະຄັ້ງແມ່ນໄດ້ສະຫຼຸບລາຍງານໃຫ້ຂັ້ນເທີງປົກກະຕິ, ໃນນີ້ໄດ້ກວດກາດ້ານງົບປະມານລາຍຮັບ-ລາຍຈ່າຍຮ່ວງອັດຕາເງິນເດືອນ, ເງີນບໍລິຫານແຕ່ປີ 2015 – 2020 ມີເງິນທັງໝົດ 93,276,131,927 ກີບ, ກວດກາໂຄງການກໍ່ສ້າງຄ້າຍຄູທີ່ໄດ້ຮັບ 6 ໂຄງການ ມີມູນຄ່າການກໍ່ສ້າງທັງໝົດ 35,605,107,000ກີບ, ກວດການໍ້າມັນເຊື້ອໄຟທີ່ໄດ້ຮັບທຸກປະເພດ 171,479 ລິດ, ພ້ອມທັງກວດກາເຄື່ອງອຸປະໂພກ-ບໍລິໂພກ ປະຈໍາປີ, ກວດກາການກໍ່ສ້າງໜ່ວຍພັກ 3 ປອດ ແລະ ອື່ນໆອີກຈໍານວນໜຶ່ງ. ນອກນັ້ນ, ຍັງໄດ້ກວດກາຕາມຄໍາສັ່ງຂອງຂັ້ນເທີງ ເປັນຕົ້ນແມ່ນກວດກາມະຕິນໍາພາຂອງຄະນະພັກແຕ່ລະຂັ້ນ ແລະ ບັນດາໜ່ວຍພັກ, ກວດກາຕີລາຄາຄູນນະພາບຂອງໜ່ວຍພັກ, ສະມາຊິກພັກ, ພ້ອມທັງກວດກາມາດຖານຄູນນະພາບຂອງບຸກຄະລາກອນ ຜູ້ທີ່ສະໝັກເລືອກຕັ້ງເຂົ້າເປັນຄະນະພັກກອງພັນໃຫຍ່ 642 ຊຸດທີ VI ແລະ ໄດ້ກວດກາກອງທຶນພັກ ເປັນປົກກະຕິ, ກວດກາສໍານວນການຮ້ອງຟ້ອງ-ຮ້ອງທຸກ ຂື້ນສານຈໍານວນ 1 ເລື່ອງ.

ໃນຕອນທ້າຍ ທ່ານ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາ ກົມໃຫຍ່ການເມືອງກອງທັບ ກໍໄດ້ໂອລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ຄະນະພັກ ກອງພັນໃຫຍ່ 642 ພ້ອມດ້ວຍຄະນະກວດກາຍາດມາໄດ້ໃນປີຜ່ານມາ, ທ່ານ ໄດ້ເນັ້ນວ່າ ໃນຊຸມປີຕໍ່ໜ້າບັນດາຄະນະນໍາ ກໍ່ຄືຄະນະກວດກາຕ້ອງໄດ້ເອົາໃຈໃສ່ບາງເນື້ອໃນດັ່ງນີ້: ຄະນະກວດກາແຕ່ລະຂັ້ນຕ້ອງເພີ່ມທະວີການນໍາພາຢ່າງເປັນຂະບວນການ ໃນໜ້າທີ່ຮັບຜິດຊອບ ແລະ ເປັນໄມ້ຫຼາວັດແທກ ຄວາມອາດສາມາດໃນການຊີ້ນໍາ-ນໍາພາ, ຖືເປັນບັນຫາສໍາຄັນ ແລະ ຂາດບໍ່ໄດ້, ສ້າງບາດກ້າວບຸກທະລຸທາງດ້ານຈີນຕະນາການ, ດ້ານທັດສະນະຄວາມຮັບຮູ້ ແລະ ຄວາມເປັນເອກະພາບຕໍ່ວຽກງານກວດກາ, ແກ້ໄຂທັດສະນະແນວຄິດຢ້ານການກວດກາ, ຊອກຫາໃຫ້ເຫັນດ້ານດີ ດ້ານອ່ອນ ປັດໄຈໃໝ່ທີ່ຕັ້ງໜ້າຂອງການຈັດຕັ້ງ ແລະ ບຸກຄົນ, ເມື່ອກວດກາເຫັນບັນຫາຢູ່ຈຸດໃດກໍ່ຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງຂາດຕົວໂດຍແມ່ນຄະນະພັກ-ຄະນະບັນຊາຢູ່ບ່ອນນັ້ນເປັນຜູ້ຮັບຜິດຊອບ ແລະ ເປັນເຈົ້າການແກ້ໄຂ, ຫາກມີກໍລະນີໃດແກ້ບໍ່ຕົກແມ່ນໃຫ້ລາຍງານຂັ້ນເທີງຢ່າງຮີບດ່ວນ, ການປັບປຸງກົງຈັກການຈັດຕັ້ງ ຕ້ອງໃຫ້ສອດຄ່ອງກັບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ສຶບຕໍ່ຍົກລະດັບທິດສະດີໃຫ້ພະນັກງານກວດກາແຕ່ລະຂັ້ນ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ ປັບປຸງແບບແຜນນໍາພາ-ບັນຊາ ແລະ ວິທີການເຮັດວຽກຂອງຄະນະກວດກາແຕ່ລະຂັ້ນ, ເຄົາລົບ ແລະ ປະຕິບັດຢ່າງຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ປະສານສົມທົບກັບບັນດາການຈັດຕັ້ງຕ່າງໆ, ການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ຕ້ອງເປີດຮັບການສ່ອງແສງລາຍງານຈາກຂັ້ນລຸ່ມ ແລະ ຂໍທິດຊີ້ນໍາຈາກຂັ້ນເທີງເປັນປົກກະຕິ.

About admin11