ຄະນະສະເພາະກິດ ຕ້ານໂຄວິດ 19 ຂັ້ນແຂວງ ລົງສ້າງບົດບັນທຶກກັບຜູ້ປະກອບການ ທີ່ມີຄວາມສ່ຽງຕໍ່ການແຜ່ລະບາດໂຄວິດ 19 ຮອບສອງ


ໂດຍປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ແລະ ແຈ້ງການເພີ່ມເຕີມຂອງຄະນະສະເພາະກິດປ້ອງກັນພະຍາດໂຄວິດ 19 ຂັ້ນແຂວງ ສະບັບເລກ 34/ສພກ.ຂບຊ ລົງວັນທີ 18 ສິງຫາ 2020, ອີງຕາມທິດຊີ້ນຳເພີ່ມເຕີມກ່ຽວກັບການເພີ່ມທະວີປະຕິບັດ ບັນດາມາດຕະການຜ່ອນຜັນ, ປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຮອບສອງ.

         ໃນລະຫວ່າງວັນທີ 14 – 19 ສິງຫາ 2020 ເຈົ້າໜ້າທີ່ວິຊາສະເພາະ ໜ່ວຍສະເພາະກິດ ປກສ ແຂວງ ບໍລິຄໍາໄຊໄຊ ໄດ້ສົມທົບກັບພະແນກຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ລົງເຜີຍແຜ່ ແຈ້ງການເພີ່ມເຕີມ ສະບັບເລກທີ 34/ສພກ.ຂບຊ ລົງວັນທີ 18 ສິງຫາ 2020 ວ່າດ້ວຍທິດຊີ້ນໍາເພີ່ມເຕີມກ່ຽວກັບການເພີ່ມທະວີປະຕິບັດ ບັນດາມາດຕະການຜ່ອນຜັນ, ປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຮອບສອງ ໃຫ້ບັນດາເຈົ້າຂອງກິດຈະການ, ຮ້ານອາຫານ ແລະ ຮ້ານບັນເທິງຕ່າງໆ ພາຍໃນເທດສະບານແຂວງ ເຊີ່ງນຳໂດຍທ່ານ ພັນໂທ ສຸກສະຫວັນ ບຸບຜາພັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງ ພ້ອມດ້ວຍຄະນະສະເພາະກິດ ຂັ້ນແຂວງປ້ອງກັນໂຄວິດ-19 ເຂົ້າຮ່ວມ.


ຈຸດປະສົງ ການລົງເຄື່ອນໄຫວໜ້າທີ່ວຽກງານຂອງຄະນະສະເພາະກິດໃນຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍບັນດາຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ, ແຈ້ງການຂອງຫົວໜ້າຫ້ອງວ່າການສໍານັກງານນາຍົກ ແລະ ແຈ້ງການເພີ່ມເຕີມ ສະບັບເລກທີ່ 34/ສພກ.ຂບຊ ລົງວັນທີ່ 18 ສິງຫາ 2020 ວ່າດ້ວຍທິດຊີ້ນໍາເພີ່ມເຕີມກ່ຽວກັບການເພີ່ມທະວີປະຕິບັດ ບັນດາມາດຕະການຜ່ອນຜັນ, ປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຮອບສອງ ເຊີ່ງເນື້ອໃນໄດ້ແຈ້ງເຖິງ ພະນັກງານ, ທະຫານ, ຕໍາຫຼວດ ພໍ່ແມ່ປະຊາຊົນ, ຄົນຕ່າງປະເທດ, ຄົນຕ່າງດ້າວ, ທີ່ດໍາລົງຊີວິດ ແລະ ດໍາເນີນທຸລະກິດຢູ່ພາຍໃນແຂວງບໍລິຄໍາໄຊ ໃຫ້ຢຸດໂຈະຊົ່ວຄາວ ບັນດາກິດຈະການ ທີ່ມີຄວາມສ່ຽ ງເຊັ່ນ: ງານລ້ຽງ, ງານດອງ, ງານຊຸມນຸມຊົນ ທີ່ມີຈຳນວນຄົນຫຼວງຫຼາຍ (ສໍາລັບຮ້ານອາຫານແມ່ນບໍ່ໃຫ້ຈໍາໜ່າຍ ເຫລົ້າ, ເບຍ ແລະ ສີ່ງທີ່ມືນເມົາຕ່າງໆ ) ທີ່ເຫັນວ່າມີຄວາມສ່ຽງທີ່ຈະກ່ໍໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນ ຈື່ງໄດ້ນໍາເອົາແຈ້ງການສະບັບດັ່ງກ່າວມາເຜີຍແຜ່ ໃຫ້ບັນດາເຈົ້າຂອງກິດຈະການ, ຮ້ານອາຫານ ແລະ ຮ້ານບັນເທິງ ໃນທົ່ວເທດສະບານແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

      ພ້ອມນັ້ນກໍ່ໄດ້ສ້າງບັດບົນທືກ ກັບບັນດາເຈົ້າຂອງກິດຈະການ, ຮ້ານອາຫານ, ຮ້ານບັນເທິງຕ່າງໆ ຈໍານວນ 32 ຮ້ານ, ເຊີ່ງເນື້ອໃນບົດບັນທຶກໄດ້ກໍານົດໃຫ້ເຈົ້າຂອງກິດຈະການ ປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ, ຖ້າຫາກເຈົ້າຂອງຮ້ານໃດບໍ່ປະຕິບັດ ກໍ່ຈະນໍາໃຊ້ມາດຕະການ ຕໍ່ຜູ້ລະເມິດຢ່າງເດັດຂາດ ດ້ວຍຮູບການເບົາຫາໜັກ, ຖ້າຍັງດື້ດ້ານບໍ່ປະຕິບັດ ກໍ່ຕ້ອງດໍາເນີນຄະດີ ແລະ ຍຶດໃບອານຸຍາດດຳເນີນທຸລະກິດ.


ທັງນີ້ ກໍ່ເພື່ອປຸກລະດົມຂົນຂວາຍໃຫ້ບັນດາເຈົ້າຂອງກິດຈະການ, ຮ້ານອາຫານ, ຮ້ານບັນເທິງ ແລະ ພໍ່ແມ່ປະຊາຊົນທຸກຄົນໃນສັງຄົມ ໄດ້ມີສ່ວນຮ່ວມໃນການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ -19 ຮອບ 2 ບໍ່ໃຫ້ມີຄວາມສ່ຽງ ແລະ ແຜ່ລະບາດພາຍໃນແຂວງບໍລິຄໍາໄຊ ແນ່ໃສ່ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຈາກພະຍາດລະບາດ ໂຄວິດ-19.

About admin11