9 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ພິທີມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 9 ໜ່ວຍພັກ ແລະ ປະກາດແຍກໜ່ວຍພັກວິຊາການ ແລະ ສ້າງຕັ້ງໜ່ວຍພັກ ພັດທະນາວິຊາຊີບ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງສູນໄອຊີທີແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຈັດຕັ້ງແຂວງ, ຄະນະພະແນກ, ເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນຮາກຖານ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 85, 86/ຄປພ.ຂບຊ ລົງວັນທີ 05 ເມສ 2022 ເຫັນດີແຍກໜ່ວຍພັກວິຊາການ ແລະ ສ້າງຕັ້ງໜ່ວຍພັກພັດທະນາວິຊາຊີບ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເຫັນດີບົ່ງຕົວ ແຕ່ງຕັ້ງ ສະຫາຍ ບຸນມະນີ ສຸລິວົງ ເປັນເລຂາໜ່ວຍພັກພັດທະນາວິຊາຊີບ, ສະຫາຍ ນາງ ທົງສະກຸນ ແກ້ວດວງເດດ ເປັນຮອງເລຂາ ແລະ ສະຫາຍ ສີສຸພັນ ສີສົມພອນ ເປັນຜູ້ກວດກາ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 98/ຄປພ.ຂບຊ ລົງວັນທີ 12 ເມສາ 2022 ເຫັນດີບົ່ງຕົວ ແຕ່ງຕັ້ງ ສະຫາຍ ປອ ດາວເຮືອງ ກອງສົມບັດ ເປັນເລຂາໜ່ວຍພັກວິຊາການ ແລະ ສະຫາຍ ນາງ ສົງ ປະເສີດກຸນ ເປັນຜູ້ກວດກາ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 94/ຄປພ.ຂບຊ ລົງວັນທີ 6 ເມສາ 2022 ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳເພັດ ໄຊປັນຍາ ເປັນເລຂາໜ່ວຍພັກກິລາ-ກາຍຍະກຳແຂວງ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ.

ຈາກນັ້ນ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 130/ຄປພ.ຂບຊ ລົງວັນທີ 3 ພຶດສະພາ 2022 ວ່າດ້ວຍການຮັບຮອງເອົາ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສຶກສາ ແລະ ກິລາແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຈຳນວນ 9 ໜ່ວຍພັກ ຄື: ໜ່ວຍພັກ ຄຸ້ມຄອງ-ບໍລິຫານ, ໜ່ວຍພັກ ວິຊາການ, ໜ່ວຍພັກ ໂຮງຮຽນ ມໍປາຍ ປາກຊັນ, ໜ່ວຍພັກ ສູນສຶກສານອກໂຮງຮຽນ, ໜ່ວຍພັກ ກິລາ-ກາຍະກຳ, ໜ່ວຍພັກ ມສ ສີທ່ານາໄຊ, ໜ່ວຍພັກ ສູນສຶກສານິເທດມັດທະຍົມ, ໜ່ວຍພັກ ມສ ປາກງຽບ ແລະ ໜ່ວຍພັກ ໂຮງຮຽນເຕັກນິກວິຊາຊີບ, ໃຫ້ກຽດມອບໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ.

About admins16