3 ເມືອງ ພູດອຍ ຈັດກອງປະຊຸມວຽກງານກວດກາ ປະຈຳປີ 2022

  ໃນວັນທີ 16 ມິຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມວຽກງານຕິດຕາມ, ຊຸກຍູ້ວຽກງານກວດກາປະຈຳປີ 2022 ຂອງ​ 3 ເມືອງພູດອຍ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ກຳມະການປະຈຳພັກແຂວງ ປະທານຄະນະກວດກາພັກ ອົງການກວດກາລັດແຂວງ, ມີຄະນະກວດກາພັກ-ລັດ 3 ຕົວເມືອງ: ເມືອງ ວຽງທອງ, ຄຳເກີດ, ເມືອງໄຊຈຳພອນ ແລະ ບັນດາຄະນະກວດກາຮາກຖານພັກອ້ອມຂ້າງເມືອງວຽງທອງ ເຂົ້າຮ່ວມ.

  ກອງປະຊຸມ ແຕ່ລະເມືອງໄດ້ຜັດປ່ຽນກັນຂື້ນຜ່ານບົດລາຍງານການເຄື່ອນໄຫວວຽກງານກວດກາພັກ – ລັດຂອງຕົນ ເຊີ່ງໄດ້ຍົກໃຫ້ເຫັນຜົນງານດີເດັ່ນໃນແຕ່ລະດ້ານ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດທີ່ຈະໄດ້ປັບປຸ່ງ ແລະ ແກ້ໄຂໃນຕໍ່ໜ້າ ພ້ອມທັງຜ່ານທິດທາງແຜນການສືບຕໍ່, ​ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ແລະ ແລກປ່ຽນບາງບັນຫາກ່ຽວກັບການເຄື່ອນໄຫວວຽກງານກວດກາຮ່ວມກັບຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງເມືອງ ເປັນຕົ້ນແມ່ນ: ວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ກວດກາຕາມພາລະບົດບາດ, ຕາມຄຳສັ່ງ, ຕາມຜົນຂອງການກວດສອບ ແລະ ຜົນການກວດກາ, ໂຄງການລົງທຶນຂອງລັດ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ສຶບສວນ-ສອບສວນ, ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງສ້າງພະນັກງານກວດກາ.

​ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຂື້ນປະກອບຄຳຄິດຄຳເຫັນແລກປ່ຽນເຊີ່ງກັນ ແລະ ກັນໃນການປະຕິບັດຜ່ານມາ ເພື່ອຈະໄດ້ນຳເອົາຈຸດດີເດັ່ນຂອງແຕ່ລະເມືອງໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະປັບປຸງຈຸດອ່ອນໃຫ້ດີຂື້ນ.

 

About admin11