ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ບ້ານຫຼັກ 20 ຄັ້ງທີ VI

ຕອນເຊົ້າຂອງວັນທີ 17 ມິຖຸນາ 2022 ທີ່ຫ້ອງການບ້ານຫລັກ 20 ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ສະຫະພັນແມ່ຍິງບ້ານ ຄັ້ງທີ VI ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ສຸກຜາລີ ແສງຊົມພູ ປະທານສະຫະພັນແມ່ຍິງເມືອງ, ເປັນປະທານຮ່ວມໂດຍທ່ານ ນ. ບຸນເສັງ ໄຊຍະທິຈັກ ປະທານສະຫະພັນແມ່ຍິງບ້ານຫລັກ 20, ມີສະມາຊິກສະຫະພັນແມ່ຍິງບ້ານ, ການຈັດຕັ້ງບ້ານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນ. ບຸນເສັງ ໄຊຍະທິຈັກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ສະຫະພັນແມ່ຍິງບ້ານຫຼັກ 20 ຄັ້ງທີ VI ທ່ານໃຫ້ຮູ້ວ່າ: ບ້ານຫຼັກ 20 ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງຄໍາເກີດ, ມີ 125 ຫຼັງຄາເຮືອນ, 108 ຄອບຄົວ, ມີພົນລະເມືອງທັງໝົດ 662 ຄົນ, ຍິງ 285 ຄົນ ມີ 2 ເຜົ່າ, ມີຄອບຄົວພົ້ນທຸກແລ້ວ 96 ຄອບຄົວ.

ໄລຍະ 5 ປີຜ່ານມາ ສະຫະພັນແມ່ຍິງບ້ານຫຼັກ 20 ໄດ້ພ້ອມກັນເອົາໃຈໃສ່ໃນການເຄື່ອນໄຫວພາລະບົດບາດຂອງຕົນໃນການຊີ້ນໍາ – ນໍາພາ ຂອງສະຫະພັນແມ່ຍິງເມືອງ, ສະຫະພັນແມ່ຍິງບ້ານຫຼັກ 20 ມີສະມາຊິກສະຫະພັນແມ່ຍິງທັງໝົດ 34 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເພີ່ມ 9 ສະຫາຍ, ປະຈຸບັນ ສະຫະພັນແມ່ຍິງບ້ານຫຼັກ 20 ມີສະມາຊິກສະຫະພັນແມ່ຍິງທັງໝົດ 43 ສະຫາຍ.

ພາຍຫລັງຄະນະຊຸດເກົ່າອຳລາໜ້າທີ່, ກອງປະຊຸມ ໄດ້ດຳເນີນການປ່ອນບັດ ເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງບ້ານຫລັກ 20 ຊຸດໃໝ່, ໂດຍມີຜູ້ສະໝັກ 5 ທ່ານ ເລືອກເອົາ 3 ທ່ານ ຜົນຂອງການປ່ອນບັດເລືອກໄດ້ ຄື:  ທ່ານ ນ. ໄຂ ເຕັມຈະເລີນສຸກ ເປັນປະທານ, ທ່ານ ນ. ສິງ ຫຼວງສົມພອນ ເປັນຮອງປະທານ, ທ່ານ ນ. ຕ໊ອກ ກອງສີຫາລາດ ເປັນຄະນະ.

 

About admin11