67 ປີ ບໍ່ມີວັນລືມ ພັກປະຊາຊົນປະຕິວັດລາວ

ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖີງມູນເຊື້ອຄຸນງາມຄວາມດີ ອັນສະຫງ່າອົງອາດກ້າຫານຂອງວິລະຊົນ, ນັກຮົບປະຕິວັດ, ບຸກຄົນທີ່ມີຄຸນງານຄວາມດີຕໍ່ປະເທດຊາດ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນລາວ ໃນພາລະກິດການປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕອນເຊົ້າຂອງວັນທີ 22 ມີນາ 2022 ການນໍາຂອງແຂວງ ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກໍໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນໍາຂອງແຂວງ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານ ທ່ານ ປະທານ ໄກສອນ ພົມວິຫານ ແລະ ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ຫຼັງຈາກນັ້ນຢູ່ສະໂມສອນໃຫຍ່ຂອງແຂວງ ກໍ່ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955-22 ມີນາ 2022 ) ໃຫ້ກຽດປາຖະກະຖາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ໃນປີ 1893 ພວກລ່າເມືອງຂຶ້່ນຝຣັ່ງ ໄດ້ເຂົ້າມາຍຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ເພື່ອນຳພາຂະບວນຕໍ່ສູ້ຂອງປະຊາຊົນສາມຊາດອິນດູຈີນ ຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ ໃນປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ແລະ ມາຮອດປີ 1934 ອົງຄະນະພັກແຄ້ວນລາວ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາການຕໍ່ສູ້ຂອງຂອງປະຊາຊົນ ນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ, ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຍຶດອຳນາດ, ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກເມື່ອວັນທີ 12 ຕຸລາ 1945, ຫຼັງຈາກນັ້ນ ກອງທັບປະຊາຊົນລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນໃນວັນທີ 13 ສິງຫາ 1950.

ຕໍ່ກັບຄວາມຮຽກງຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951 ບັນດາສະມາຊິກພັກກອມມູນິດທີ່ເປັນຄົນລາວ ໄດ້ຈັດຕັ້ງຄະນະກຳມະການປະຊາຊົນລາວຂຶ້ນ ເພື່ອສືບຕໍ່ນຳພາການປະຕິວັດລາວ ແລະ ໃນວັນທີ 22 ມີນາ 1955 ໄດ້ດຳເນີນກອງປະຊຸມໃຫ່ຍຄັ້ງທີ I ຂອງຕົນຂຶ້ນ ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ແລະ ໄດ້ເອີ້ນຊື່ວ່າ “ພັກປະຊາຊົນລາວ” ໂດຍແມ່ນທ່ານປະທານ ໄກສອນ ພົມວິຫານ ເປັນເລຂາຄະນະຊີ້ນຳສູນກາງ, ເປັນເລຂາຄະນະພັກທະຫານສູນກາງ-ທັງເປັນຜູ້ບັນຊາການສູງສຸດ ກຳລັງປະກອບອາວຸດປະຊາຊົນລາວ.

ມາຮອດວັນທີ 3 ກຸມພາ 1972 ກອງປະຊຸມໃຫຍ່ຂອງ ພັກຄັ້ງທີ II ໄດ້ຕົກລົງປ່ຽນຊື່ “ພັກປະຊາຊົນລາວ” ເປັນ “ພັກປະຊາຊົນປະຕິວັດລາວ”. ຍ້ອນມີການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສພາຍໃຕ້ຄັນທຸງຂອງພັກ ໄດ້ນຳພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຢຶດອຳນາດດ້ວຍ 3 ບາດຄ້ອນຍຸດທະສາດ ໂດຍບໍ່ເສຍເລືອດເນື້ອ “ບົວບໍ່ຊ້ຳ-ນ້ຳບໍ່ຂຸ່ນ” ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທ່າງການ ໃນວັນທີ 2 ທັນວາ 1975.

About admins14