ວຽງທອງ ຝຶກອົບຮົມປູກຈິດສຳນຶກບົດບາດຍິງ – ຊາຍ ສຳລັບເດັກນ້ອຍ

ໃນລະຫວ່າງວັນທີ 17-18 ມີນາ 2022 ສະຫະພັນແມ່ຍິງແຂວງບໍລິຄຳໄຊ ສົມທົບກັບສະຫະພັນແມ່ຍິງເມືອງວຽງທອງ ຈັດກອງປະຊຸມຝຶກອົບຮົມ ປູກຈິດສຳນຶກສຳລັບເດັກນ້ອຍ ແລະ ຊາວໜຸ່ມກ່ຽວກັບບັນຫາບົດບາດຍິງ – ຊາຍ ຢູ່ໂຮງຮຽນມັດຖະຍົມຕອນຕົ້ນ ບ້ານນໍ້າກ້າງ ແລະ  ບ້ານຫ້ວຍຫອຍ ເມືອງວຽງທອງ, ນຳພາໂດຍ ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງ ບີ້ວ່າງ ໜູສ້າງ ຮອງປະທານສະຫະພັນແມ່ຍິງເມືອງວຽງທອງ, ມີບັນດາຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເນື້ອໃນເອກະສານນຳມາເຜີຍແຜ່ ມີ: ພາລະບົດບາດ, ສິດ ແລະ ໜ້າທີຂອງສະຫະພັນແມ່ຍິງລາວ, ຄວາມຮູ້ພຶ້ນຖານກ່ຽວກັບຄວາມສະເໝີພາບຍິງ – ຊາຍໃນການມີສ່ວນຮ່ວມ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ທັກສະຊີວິດສໍາລັບເດັກ – ໄວໜຸ່ມ, ການປ້ອງກັນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ນອກນີ້ ຍັງໄດ້ມີກິດຈະກໍາຖາມ – ຕອບຄວາມຮູ້ຮອບຕົວ ກ່ຽວກັບເນື້ອໃນທີ່ນໍາມາເຜີຍແຜ່ໃນ, ຄວາມສຳນຶກກ່ຽວກັບສິ່ງເສບຕິດ, ໂຄງການນີ້ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານລາຣຊະອານາຈັກລຸກຊຳບວກ.

About admins14