ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງ ບໍລິຄໍາໄຊ ສະຫຼຸບວຽກງານວິຊາສະເພາະ ປະຈໍາປີ 2021

ຕອນບ່າຍວັນທີ 18 ມີນາ 2022 ທີ່ຄ້າຍຄຸມຂັງ – ດັດສ້າງ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈໍາປີ 2021 ແລະ ວາງທິດທາງວຽກງານຈຸດສຸມ ປະຈໍາປີ 2022, ໂດຍການເປັນປະທານຂອງທ່ານ ພັນໂທ ສີລາ ພົມມະຈັນ, ເລຂາຄະນະໜ່ວຍພັກຮາກຖານ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ມີຄະນະຄ້າຍ, ຫົວໜ້າ, ຄະນະພະແນກພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

   1 ປີຜ່ານມາ ຄະນະພັກ ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ – ນັກຮົບ, ຈັດຕັ້ງເຊື່ອມຊຶມມະຕິ, ຄໍາສັ່ງ, ຄໍາແນະນໍາ, ຂໍ້ກໍານົດກົດລະບຽບຕ່າງໆ ເຮັດໃຫ້ພະນັກງານ – ນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ ເຊັ່ນ: ວຽກງານກໍ່ສ້າງ ແລະ ບໍາລຸງຍົກລະດັບພະນັກງານ – ນັກຮົບໄດ້ຄັດເລືອກພະນັກງານ-ນັກຮົບຜູ້ມີຜົນງານດີເດັ່ນຄົບມາດຖານເງື່ອນໄຂໄປຍົກລະດັບທິດສະດີການເມືອງຊັ້ນກາງ 01 ສະຫາຍ, ບໍາລຸງ 45 ວັນ 01 ສະຫາຍ, ຍົກລະດັບວິຊາສະເພາະປະລິນຍາຕີ 01 ສະຫາຍ, ຊັ້ນສຸງ 02 ສະຫາຍ, ຍິງ 01 ສະຫາຍ, ຍົກລະດັບວິຊາສະເພາະແພດຊັ້ນກາງ 01 ສະຫາຍ.

ວຽກງານກວດກາ-ປ້ອງກັນກໍາລັງ: ເອົາໃຈໃສ່ຕິດຕາມການເຄື່ອນໄຫວ, ການປະຕິບັດໜ້າທີ່ວຽກງານ, ການປະຕິບັດລະບຽບກົດໝາຍຂອງພະນັກງານ-ນັກຮົບເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ໃນກໍາລັງຢ່າງເປັນປົກກະຕິຕໍ່ເນື່ອງ, ວຽກງານປ້ອງກັນຮັກສາຄວາມສະຫງົບໃນຄ້າຍຄຸມຂັງ-ດັດສ້າງ: ໄດ້ຈັດຕັ້ງການໜ່ວຍປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ, ກວດກາ, ຕິດຕາມ, ເກັບກໍາສະພາບການເຄື່ອນໄຫວ, ກວດກາຫ້ອງຂັງ, ສະຖານທີຢູ່ອາໃສຂອງນັກໂທດ – ດັດສ້າງ, ກວດກາລາດຕະເວນອ້ອມຄ້າຍຄຸມຂັງ – ດັດສ້າງມີຄວາມຮັບປະກັນຄວາມປອດໄພຢ່າງເຂັ້ມງວດ.

ວຽກງານຄຸ້ມຄອງນັກໂທດ-ດັດສ້າງ: ໄດ້ແບ່ງເຂດຈັດສັນແຍກລະຫ່ວາງນັກໂທດຍິງ, ນັກໂທດຊາຍ ແລະ ດັດສ້າງຊາຍຢ່າງເຂັ້ມງວດ, ຈັດແບ່ງເປັນໝວດໝູ່, ຄັດເລືອກບຸກຄົນທີ່ມີຄວາມກ້າວໜ້າເພື່ອບັນຊານັກໂທດດ້ວຍກັນພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່, ມີການສໍາຫຼວດກວດກາຈຸດດີ – ຈຸດອ່ອນ, ຕີລາຄາຈັດແບ່ງປະເພດນັກໂທດ ປະເພດ 1,2,3 ເພື່ອສະດວກໃນການຄົ້ນຄ້ວາປະຕິບັດນະໂຍບາຍຕ່າງໆຢ່າງເໝາະສົມ.

ວຽກງານສຶກສາອົບຮົມນັກໂທດ-ດັດສ້າງ: ໄດ້ເອົາໃຈໃສ່ສຶກສາອົບຮົມເຂົາເຈົ້າດ້ວຍຫຼາຍຮູບການ, ຫຼາຍວິທີຢ່າງມີວິທະຍາສາດນໍາເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ຮີດຄອງປະເພນີອັນດີງາມຂອງຊາດລາວ ມາເຜີຍແຜ່ໃຫ້ເຂົາເຈົ້າໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ.

ວຽກງານຝຶກວິຊາຊີບ ແລະ ທໍາການຜະລິດແກ້ໄຂຊີວິດການເປັນຢູ່: ໄດ້ນໍາພານັກໂທດ-ດັດສ້າງ ອອກແຮງງານປູກຝັງລ້ຽງສັດ, ຫັດຖະກໍາຈັກສານ, ແກະສະຫຼັກ, ຍິບປັກຖັກແສ່ວ, ກໍ່ສ້າງ ແລະ ອື່ນໆ, ຈັດສັນຮ່ວງເງິນທີ່ກູ້ຢືມຈາກກອງບັນຊາການ ປກສ ແຂວງ ຈໍານວນ 38,568,000 ກີບ, ໃນນີ້ນໍາໃຊ້ເຂົ້າໃນການລ້ຽງປາດຸກ 24,635,000 ກີບ, ເຮັດໂຮງງານເຟີນີເຈີ່ 13,933,000 ກີບ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງ ແລະ ນັກໂທດ-ດັດສ້າງດີຂື້ນເທື່ອລະກ້າວ, ສາມາດຕອບສະໜອງອັດຕາກິນຂອງນັກໂທດໄດ້ 90% ຂອງອັດຕາກິນທັງໝົດ.

ວຽກງານປັບພື້ນຖານໂຄງລ່າງ: ໄດ້ເອົາໃຈໃສ່ສູ້ຊົນຂໍທຶນນໍາພາກສ່ວນຕ່າງໆເພື່ອມາພັດທະນາກົມກອງເຊັ່ນ: ທຶນບູລະນະກໍ່ສ້າງ ແລະ ສ້ອມແປງຫ້ອງການ ຈໍານວນ 12,738,000 ກີບ, ປຸກເຮືອນຄົວ 16,414,000 ກີບ, ສ້າງເດີ່ນກິລາບານສົ່ງ 5,330,000 ກີບ, ສ້ອມແປງຫ້ອງນ້ຳ, ຄ້າຍຄຸມຂັງ, ຫໍພັກພະນັກງານ, ຫ້ອງນໍ້າແພດ 8,956,000 ກີບ. ມຸງຫຼັງຄາສາງເຂົ້າ 14,000,000 ກີບ, ຕິດຕັ້ງໝໍ້ແຕ່ງກິນລະບົບອາຍນ້ຳ 209,000,000 ກີບ, ລວມມູນຄ່າທັງໝົດ 266,638,000 ກີບ.

 

About admin11