62 ບ້ານ ໄປທັດສະນະສວນປູກຜັກອິນຊີບ້ານນາຫາດ

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022 ທ່ານ ຈັນສີຫວ່າງ ຢົງຫວ່າງ ຮອງຫົວໜ້າຫ້ອງວ່າການເມືອງຄຳເກີດ ໄດ້ນຳພາຂະບວນການນຳເມືອງ ພ້ອມດ້ວຍນາຍບ້ານ 62 ບ້ານທົ່ວເມືອງ ໄດ້ໄປທັດສະນະສຶກສາການປູກຜັກອິນຊີຢູ່ບ້ານນາຫາດ ໂດຍການຕ້ອນຮັບຂອງທ່ານ ອ່ອນນ້ອຍ ໄຊຍະສານ ນາຍບ້ານນາຫາດ ພ້ອມດ້ວຍກຸ່ມປູກຜັກອິນຊີຂອງບ້ານ.

ທ່ານ ຫອມແພງ ພະຈອມພົນ ພະນັກງານຫ້ອງການກະສິກໍາ – ປ່າໄມ້ເມືອງ ລາຍງານວ່າ: ກຸ່ມປູກຜັກອິນຊີບ້ານາຫາດ ແມ່ນໄດ້ຮັບທຶນຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຊຸດທີ່ 1 ບ້ານໄດ້ຮັບເງິນທຶນ 58 ລ້ານ ສະເພາະໃນການເຮັດເຮືອນຮົ່ມ ສົມທົບທຶນຂອງບ້ານໃນການຈັດຕັ້ງປະຕິບັດ, ນອກນັ້ນ ບ້ານຍັງໄດ້ຮັບທຶນພັດທະນາທ້ອງຖິ່ນຈາກແຜນງານລາວ 030 ມີ 13 ກິດຈະກໍາ ໄດ້ຮັບເງິນ 400 ກວ່າລ້ານກີບ.

ທ່ານ ຂານ ບຸດສະດີ ຫົວໜ້າກຸ່ມປູກຜັກອິນຊີບ້ານນາຫາດ ກ່າວວ່າ: ການປູກຜັກອິນຊີຂອງບ້ານນາຫາດ ແມ່ນເລີ່ມແຕ່ປີ 2000 ເປັນຕົ້ນມາມາ ຮອດປີ 2003 – 2004 ທາງເມືອງໄດ້ດຶງໂຄງການເຂົ້າມາຊ່ວຍ ແລະ ໄດ້ນໍາເອົາຊາວບ້ານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນການປູກຜັກອິນຊີຢູ່ນະຄອງຫຼວງວຽງຈັນ, ຈາກນັ້ນ ຈິ່ງໄດ້ນໍາເອົາບົດຮຽນມາຈັດຕັ້ງປະຕິບັດ ແລະ ໄດ້ສ້າງຕັ້ງກຸ່ມປູກຜັກອິນຊີຂຶ້ນ ໂດຍປະຊາຊົນພາຍໃນບ້ານກໍ່ຫັນມາໃຫ້ຄວາມສົນໃຈ ແລະ ລົງມືປະຕິບັດຕົວຈິງ, ມາຮອດປະຈຸບັນ ມີ 40 ຄອບຄົວໃນການປູກຜັກ ມີ 15 ຄອບຄົວໃນການປູກຜັກອິນຊີ.

ຫຼັງຈາກນັ້ນ ສະມາຊິກກຸ່ມປູກຜັກອິນຊີ ກໍ່ໄດ້ນໍາພາການນໍາເມືອງພ້ອມນາຍບ້ານ 62 ບ້ານລົງຢ້ຽມຊົມສວນຜັກໃນການປູກຕົວຈິງຂອງກຸ່ມປູກຜັກອິນຊີ ພ້ອມນັ້ນ ຍັງໄດ້ເດີນທາງໄປຢ້ຽມຊົມສວນໝາກກ້ຽງທ່ານ ບຸນເສີຍ ບ້ານໜອງອໍ້.

About admins16