ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ ປະເມີນລັດຖະກອນປະຈຳປີ 2022

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2022 ຢູ່ໂຮງຮຽນການ ແລະ ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ປະຈຳປີ 2022 ໂດຍການເປັນປະທານຂອງທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຮອງຫົວໜ້າໂຮງຮຽນການເມືອງ, ຫົວໜ້າ – ຮອງຫົວຂະແໜງ, ຄູອາຈານພາຍໃນໂຮງຮຽນ ເຂົ້າຮ່ວມ.

ທ່ານ ວັນໄຊ ເງຍຈັນທະສອນ ໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງດຳລັດ 300/ລບ ວ່າ: ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ການປະເມີນນີ້ ມີ 2 ແບບ ຄື: ການປະເມີນຜົນປົກກະຕິ ແມ່ນການຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ເປັນປະຈຳໜຶ່ງປີ ຕໍ່ໜຶ່ງຄັ້ງ ແລະ ການປະເມີນຜົນສະເພາະ ແມ່ນການຕີລາຄາກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່, ກ່ອນຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງສຳເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ໂດຍມີມາດຖານວັດແທກ.

ລະດັບການປະເມີນຜົນ 3 ເນື້ອໃນ ຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ, ດ້ານຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງຕ້ອງໄດ້ແຕ່ງຕັ້ງຄະນະຊີ້ນຳ ຄະນະວິຊາການປະເມີນຜົນໃນການດຳເນີນ, ສຳລັບເງື່ອນໄຂຂອງຜູ້ຖືກປະເມີນຕ້ອງເປັນລັດຖະກອນສົມບູນ ທີ່ປະຈຳການຢູ່ພາຍໃນ, ປະຈຳການປົກກະຕິຢ່າງໜ້ອຍ 9 ເດືອນ ຂອງຮອບການປະເມີນ ກ່ອນການແຕ່ງຕັ້ງ, ກ່ອນການຍົກຍ້າຍ ຫຼື ສຳເລັດວຽກງານໃດໜຶ່ງ ແລະ ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ.

ໃນພິທີ ຍັງໄດ້ເຜີຍແຜ່ຄຳແນະນຳ ຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ 02 ພຶດສະພາ 2018 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ.

ຈາກນັ້ນ ໄດ້ມີການດຳເນີນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ເພື່ອເປັນການຕີລາຄືນເຖິງຜົນງານຂອງຕົນ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ.

About admins16