ວຽງທອງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງແຕ່ປີ 2012 – ປີ2022 ກຸ່ມບ້ານທອງມີໄຊ

ໃນວັນທີ 9 ພະຈິກ 2022 ຢູ່ຫ້ອງວ່າການເມືອງວຽງທອງ ໄດ້ມີກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງແຕ່ປີ 2012 – 2022 ກຸ່ມບ້ານທອງມີໄຊ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົຈວ ໜູໃບ ອິນທິສານ ຄະນະພັກກະ ຊວງປ້ອງກັນຄວາມສະຫງົບ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ, ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນ ຊາການ ປກສ ແຂວງ ບໍລິຄໍາໄຊ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະກອງບັນຊາການອ້ອມຂ້າງ ປກສ ແຂວງ, ບັນດາພະເເນກການອ້ອມຂ້າງເມືອງ, ແຂກຖືກເຊີນ ແລະ ພະນັກ ງານກໍ່ສ້າງຮາກຖານ 921 ພ້ອມດ້ວຍນາຍບ້ານກຸ່ມທອງມີໄຊ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການ ເມືອງແຕ່ປີ 2012 – 2022 ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍປະຕິບັດຕາມ 4 ເນື້ອໃນ, 4 ຄາດໝາຍ ຄະນະກອງກໍ່ສ້າງຮາກຖານການເມືອງ 921 ໄດ້ຮ່ວມກັບກອງປະຕິບັດງານທະຫານແຂວງ 215, ກອງຮ້ອຍທະຫານຊາຍແດນ 251 ແລະ ກອງປູກຝັງພັດທະນາພູດອຍເຂດ 04 ປະເທດ ສສ ຫວຽດນາມ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານລັດຖະ ກອນພໍ່ແມ່ປະຊາຊົນເຂົ້າໃຈຕໍ່ແນວທາງຂອງພັກ – ກົດໝາຍຂອງລັດ, ສ້າງຄອບຄົວປ້ອງກັນຄວາມສະຫງົບດີຢູ່ໃນ 3 ບ້ານຄື: ບ້ານ ສີວິໄລ, ບ້ານ ທອງມີໄຊ ແລະ ບ້ານໂຮມຈະເລີນ ມີ 276 ຄອບຄົວ ສາມາດປະເມີນເປັນຄອບຄົວປ້ອງກັນຄວາມສະຫງົບດີໄດ້ 268 ຄອບຄົວ, ສາມາດເກັບກູ້ອາວຸດເສິກຈຳນວນ 13 ກະບອກ, ອາວຸດລ່າເນື້ອ 144 ກະບອກ, ຈັກສະຕີ່ນ 15 ເຄື່ອງ, ໝໍ້ຊອດ 11 ເຄື່ອງ ແລະ ເລົາປືນຈໍານວນ 16 ເລົາ.

ແກ້ໄຂຄອບຄົວທຸກຍາກພາຍໃນ 4 ບ້ານ ໄດ້ 313 ຄອບຄົວ, ຄອບຄົວທຸກຍາກຍັງເຫຼືອພຽງ 19 ຄອບຄົວ, ເຊີ່ງ 4 ບ້ານດັ່ງກ່າວ ໄດ້ປະກາດເປັນບ້ານພົ້ນທຸກແລ້ວ ແລະ ວຽກງານອື່ນກໍ່ໄດ້ເອົາໃຈໃສ່ປະຕິບັດຢ່າງມີຜົນສຳເລັດ.

About admins14