6 ເດືອນທ້າຍປີ ບໍລິຄໍາໄຊ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ

ກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນ 6 ເດືອນທ້າຍປີ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໄດ້ໂດຍພື້ນຖານ, ມ້າງຄະດີຢາເສບຕິດໄດ້ 193 ເລື່ອງ, ກັກຜູ້ຕ້ອງຫາໄດ້ 214 ຄົນ ແລະ ຄະດີຢາເສບຕິດເກີດຂຶ້ນ 447 ລາຍ, ຜູ້ຕ້ອງຫາ 703 ຄົນ, ພ້ອມກັນນັ້ນ ເສດຖະກິດກໍ່ມີການຂະຫຍາຍຕົວ, ສາມາດເກັບລາຍຮັບໄດ້ 742,65 ຕື້ກີບ ເທົ່າກັບ 89,30% ຂອງແຜນການປີ, ໃນນັ້ນ ພູດສູນກາງ 431,99 ຕື້ກີບ ເທົ່າກັບ 71,96% ແລະ ພູດທ້ອງຖິນ 310,66 ຕື້ກີບ ເທົ່າກັບ 134,29%, ນອກນັ້ນ ວຽກງານຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດວຽກງານປົກຄອງ, ຍຸຕິທໍາ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ສູງ, ຖືກປັບປຸງ ແລະ ພັດທະນາ ໃຫ້ດີຂຶ້ນເປັນລໍາດັບ.

ໃນກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ, ການສ້າງ-ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ແລະ ທາງພາຍໃນເທດສະບານ, ການກະກຽມຮ່າງນິຕິກໍາ ທີ່ຈະນໍາເຂົ້າທາບທາມ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງ ຊຸດທີ II ແລະ ວຽກງານອື່ນໆ.

About admins14