ການນຳແຂວງບໍລິຄຳໄຊ ອວຍພອນໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ໃນຕອນຄ່ໍາຂອງວັນທີ 13 ມັງກອນ 2023 ຢູ່ຫໍບູຊາອັດຖິ ບັນດານັກຮົບວິລະຊົນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ, ການນໍາແຂວງບໍລິຄຳໄຊ ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະພັກ – ຄະນະບັນຊາ ປກຊ – ປກສ ແຂວງ, ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ພະແນກການຂອງແຂວງ ໄດ້ນຳເອົາກະຕ່າຂອງຂວັນອວຍພອນໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເນື່ອງໃນໂອກາດ ປີໃໝ່ຂອງອ້າຍນ້ອງ ສສ ຫວຽດນາມ, ຕາງໜ້າຮັບໂດຍ ທ່ານ ພັທ ຫງຽນຄັກດົງ ຫົວໜ້າໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ກອງບັນຊາການທະຫານແຂວງແຂວງ ຮ່າຕີ້ງ ສສ ຫວຽດນາມ.

ໂອກາດນີ້ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ການນໍາແຂວງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ແຂວງບໍລິຄໍາໄຊ – ຮ່າຕີ້ງ ທີ່ໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງ ເຂົ້າໃນການຂຸດຄົນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ດ້ວຍຄວາມເອົາໃຈໃສ່, ເຖິງຈະພົບກັບຫຍຸ້ງຍາກຫຼາຍປະການ ກໍ່ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ຈົນສໍາເລັດ, ພ້ອມນັ້ນ ທ່ານຍັງໄດ້ອວຍພອນໃຫ້ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ມີຄວາມໜັກແໜ້ນໝັ້ນຄົງ ຍືນຍົງທະນົງແກ່ນ ຕະຫຼອດໄປ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວອ້າຍນ້ອງ ທີ່ມີມູນເຊື້ອມາແຕ່ບູຮານນະການບໍ່ຄືປະເທດໄດໃນໂລກ ແລະ ຍາກທີ່ຈະຕັດຂາດອອກຈາກກັນໄດ້.

About admins16