ຄະນະພັກຮາກຖານພະແນກ ຖວທ ແຂວງ ສະຫຼຸບວຽກງານປະຈຳໄຕມາດ 4

ກອງປະຊຸມຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ປະຈຳໄຕມາດ 4 ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2023 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ສົນທອງ ວີບຸນກວ້າງ ເລຂາຄະນະພັກຮາກຖາກ ຫົວໜ້າພະແນກ ຖວທ ແຂວງ ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ຄະນະຕິດຕາມຂັ້ນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດສະຫຼຸບການນຳພາ – ຊີ້ນຳ ຂອງຄະນະພັກຮາກຖານພະແນກ ຖວທ ແຂວງ ເຫັນວ່າ ມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ດ້ວຍປະສິດທິຜົນສູງ, ໄດ້ນຳພາ – ຊີ້ນຳ ຕາມ 5 ເນື້ອໃນ ໂດຍສະເພາະດ້ານການເມືອງ ໄດ້ເຜີຍແຜ່ເຊື່ອມຊຶມມະຕິ, ຄໍສັງ ແລະ ນິຕິກຳຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ ແລະ ມະຫາຊົນ ຮັບຮູ້ເຂົ້າໃຈ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທົ່ວຮາກຖານ, ນຳພາ ແລະ ກວດກາປະເມີນຜົນໃນແຕ່ລະໄລຍະ, ປະຕິບັດຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກເຂົ້າສູ່ຊີວິດຕົວຈິງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເສີມຂະຫຍາຍແບບແຜນວິທີນຳພາທີ່ດີ, ແທດເຖິງຕົວຈິງ.

ຄະນະພັກຮາກຖານພະແນກ ຖວທ ແຂວງ ສາມາດຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ປີລຽນຕິດ ແລະ ການຕີລາຄາ, ຈັດປະເພດສະມາຊິກພັກ ແລະ ໜ່ວຍພັກ ປະຈໍາປີ 2022 ຄະນະພັກ ແລະ ສະມາຊິກພັກ ສາມາດສູ້ຊົນໄດ້ເປັນສະມາຊິກພັກແຂງ 66 ສະຫາຍ ແລະ ສະມາຊິກກາງ 1 ສະຫາຍ.

ຫຼັງຈາກນັ້ນໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານແຈ້ງການແນະນໍາຂອງຄະນະຈັດຕັ້ງແຂວງ ວ່າດ້ວຍການດໍາເນີນຊີວິດພັກ ຂອງການຈັດຕັ້ງຮາກຖານພັກ ຕາມທິດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງໄດ້ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ສະເໜີ, ແລກປ່ຽນບົດຮຽນ ຕໍ່ວຽກງານຈຳນວນໜຶ່ງ ເປັນຕົ້ນແມ່ນວຽກງານສຶກສາອົບຮົມແນວຄິດ-ການເມືອງ, ການແບ່ງຄວາມຮັບຜິດຊອບ, ການຍົກລະດັບວຽກງານສື່ມວນຊົນໃຫ້ວ່ອງໄວ, ຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ-ພະນັກງານ ແລະ ວຽກງານອື່ນໆ.

ໃນຕອນທ້າຍ ສະຫາຍ ສົນທອງ ວີບຸນກວ້າງ ຍັງໄດ້ມີທິດຊີ້ນຳຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ວຽກງານແນວຄິດ-ການເມືອງ ໃຫ້ເປັນປົນກະຕິ, ເຮັດແໜ້ນຄວາມສາມັກຄີ ແລະ ຄວາມເປັນເອກະພາບພາຍໃນ, ສຸມໃສ່ປະຕິບັດລະບຽບຂອງພັກ ຢ່າງເຂັມງວດ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ແບ່ງຂັ້ນຄຸ້ມຄອງ, ຕິດຕາມກວດກາ ຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ຫັນບັນດາວຽກງານໃຫ້ໄປສູ່ທັນສະໄໝ ເພື່ອສ້າງຄວາມສະດວກ, ວ່ອງໄວ ແລະ ມີປະສິດທິພາບສູງ, ປະຕິບັດຈັນຍາບັນ-ຈັນຍາທຳ ຂອງພະນັກງານ-ລັດຖະກອນ.

About admins14